ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ສຸມໃສ່ກໍ່ສ້າງລາວກາຍກາຍເປັນສູນກາງເສດຖະກິດສັງຄົມເຂດພູດອຍພາກເໜືອ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ:ສຸມໃສ່ກໍ່ສ້າງລາວກາຍກາຍເປັນສູນກາງເສດຖະກິດສັງຄົມເຂດພູດອຍພາກເໜືອ - ảnh 1
ພາບປະກອບ

(vovworld) – ສຸມ​ໃສ່​ກໍ່ສ້າງ​ລາວ​ກາຍ​ກາຍ​ເປັນ​ສູນກາງ​ເສດຖະກິດ​ສັງຄົມ​ເຂດ​ພູດ​ອຍພາກ​ເໜືອ - ນັ້ນ​ແມ່ນ​ການ​ຊີ້​ນຳ​ຂອງ​ທ່ານ​ນາຍ​ົ​ກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໃນ​ການ​ເຮັດ​ວຽກ​​ເມື່ອ​ຕອນ​ເຊົ້າ​ວັນ​ທີ 29/7 ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ລາວ​ກາຍ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ​້າທີ່​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ທ້ອງ​ຖີ່​ນ. ທ່ານ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ ​ແຂວງ ລາວ​ກາຍ ຄວນ​ເສີມ​ຂະຫຍາຍ​ຄວາມ​ສາມ​າ​ດບົ່ມ​ຊ້ອນ​, ທ່າ​ແຮງ​ສູງ​ສຸດ​ເພື່ອ​ພັດທະນາ, ພິ​ເສດ​ແມ່ນ​ເສີມ​ຂະ​ຫຍາ​ຍທ່າ​ແຮງ​ແມ່ນ​ເຂດ​ການຄ້າຊາຍ​ແດນ​ເພື່ອ​ທະວີ​ຄຸນ​ບັນດາ​ຮູບ​​ແບບ​ການ​ບໍລິການ ​ແລະ ການທ່ອງທ່ຽວ, ຍູ້​ແຮງ​ການ​ພັດທະນາ​ອຸດສາຫະກຳ​ສະໜອງ​ອຸປະ​ກອບ​ສົ້ນ​ເຂົ້າ​ໃຫ້​ແກ່​ການ​ຜະລິດ, ສືບ​ຕໍ່​ພັດທະນາ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ.​.​.​ ທ່ານ​ນາຍົກລັດຖະມົນຕີ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ແຂວງ ລາວ​ກາຍ ສຸມ​ໃສ່​ຊີ້​ນຳ​ບັນດາ​ມາດ​ຕະການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໄວ, ຍືນ​ຍົງ, ​ໃນ​ນັ້ນ​ພັດທະນາ​ກະສິກຳ​ຕ້ອງ​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມີ​ກົນ​ໄກ​ເພື່ອ​ຮັບປະກັນ​ປະຊາຊົນຕັ້ງຖິ່ນຖານ​ຢູ່​ກັບ​ທີ່ເປັນປົກກະຕິ ຕິດພັນກັບການ​ມອບ​ປ່າ​ໃຫ້​ພໍ່​ແມ່​ປະຊາຊົນ​ເພື່ອ​ປົກ​ປັກ​ຮັກສາ​ປ່າ, ນະ​ໂຍບາຍ​ກູ້​ຢືມ​ທຶນ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ພັດທະນາ​ການ​ລ້ຽງສັດ..​​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ແຈ້ງ​ພື້ນຖານ​ໂຄງ​ລ່າງ​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​ໃນ​ການ​ໃຫ້​ແຂວງ ລາຍ​ກາຍ ສູ້​ຊົນ​ກາຍ​ເປັນ​ສູນກາງ​ພັດ​ທະນາ​ເສດຖະກິດ ສັງຄົມ​ຂອງ​​ເຂດ​ພູດ​ອຍພາກ​​ເໜືອ, ດັ່ງ​ນັ້ນ, ການ​ນຳ​ແຂວງ ລາວ​ກາຍ​ຄວນ​ສືບ​ຕໍ່​ຊີ້​ນຳ​ລະດົມ​ກຳລັງ​ສັງ​ຄົມ​ເພື່ອ​ໃຫ້ບຸລິມະສິດ​ແກ່ການ​ລົງ​ທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່​ຈຳ​ເປັນ.

        ທ່ານ​ນາຍົກລັດຖະມົນຕີກໍ່​ຮຽກຮ້ອງ​ໃຫ້ການ​ນຳ​ແຂວງ​ລາວ​ກາຍ ສືບ​ຕໍ່​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການ​ເມືອງ​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ປັບປຸງ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ໝັ້ນຄົງ, ສືບ​ຕໍ່​ປະຕິບັດ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ, ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ອົກ​​ເຂົ້າ​ໃຈ ​ແລະ ​ເຄົາລົບ​ເຊິ່ງກັນ​​ ​ແລະ ກັນ, ຮັບປະກັນ​ສັນຕິພາບ, ມິດຕະພາບ ​ແລະ ບົນ​ພື້ນຖານ​ຄວາມ​ສະ​ເໝີ​ພາບ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ການ​ຮ່ວມ​ມື​ເສດຖະກິດ.

ຂ່າວ/ບົດ​ອື່ນ