ນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມກອງປະຊຸມສຸດຍອດຢູ່ມຽນມາ

ນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມກອງປະຊຸມສຸດຍອດຢູ່ມຽນມາ - ảnh 1
(ພາບປະກອບ)

​(vovworld) - ​​​ຕອນ​ເຊົ້າ​ວັນ​ທີ 22/06, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄປມຽນມາ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ຮ່ວມ​ມື​ກຳປູ​ເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງ​ທີ 7 ​ແລະ ກອງປະຊຸມສຸດ​ຍອດ​ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ເສດຖະກິດ ອາ​ຢາ​ວາ​ດີ – ​ເຈົ້າ​ພະຍາ – ​ແມ່​ຂອງ ຄັ້ງ​ທີ 6. ການ​​ເດີນທາງ​ຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ​ຫງວຽນ​ເຕີນ​ຢຸງ ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 22 – 23/06, ຕາມ​ຄຳ​ເຊີ​ນຂອງ​ທ່ານ​ປະທານ​ນາ​ທິບໍດີ​ມຽນມາ Thein Sein.

      ທີ່​ກອງ​ປະຊຸມສຸດ​ຍອດຮ່ວມ​ມືກຳປູ​ເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງ​ທີ 7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ​ໄດ້ພ້ອມ​ກັບ​ການ​ນຳ​ກວດກາ​ຄືນ​ວິວັດ​ການ​ຜັນ​ຂະຫຍາຍ 10 ກົນ​ໄກ​ຮ່ວມ​ມື ​ແມ່​ຂອງ ຕິດ​ພັນ​ກັບ​ວິວັດ​ການ​ຮ່ວມມື 2 ​ຝ່າຍ​ລະຫວ່າງ​ບັນດາ​ປະ​ເທ​ດ ​ແລະ ຊຸກຍູ້​ການ​ພັດທະນາ​ຂອງ​ທັງອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​. ທ່ານ​ນາຍົກລັດຖະມົນຕີຂອງບັນດາ​ປະ​ເທດ​​ໄດ້ຕີ​ລາຄາ, ສ້າງ​ກົນ​ໄກ​ຮ່ວມ​ມື​ກັບ​ບັນດາຄູ່​ຮ່ວມ​ມື​​ໃຫ​້ສຳ​ເລັດຄື: ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.​ເກ​ົາຫຼີ…​ເພື່ອ​ແນ​ໃສ່​ບັນລຸ​ປະສິດທິ​ຜົນ​ສູງ​ກວ່າ​ໃນ​ກົນ​ໄກ​ຮ່ວມ​ມື​ນີ້ ສຳລັບ​ວິວັດ​ການ​ສ້າງ​ຕັ້ງ ​ແລະ ​ເສີມ​ຂະຫຍາຍປະສິດທິ​ຜົນ​ຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ.

      ທີ່​ກອງ​ປະຊຸມສຸດ​ຍອດ​ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ເສດຖະກິດ ອາ​ຢາ​ວາ​ດີ – ເຂົ້າ​ພະຍາ – ​ແມ່​ຂອງ  ຄັ້ງ​ທີ 6, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນຢຸງ ​ໄດ້​ພ້ອມ​ກັບ​ບັນດາ​ການ​ນຳ​ກຳປູ​ເຈຍ, ລາວ, ມຽນມາ ​ແລະ​ ​ໄທ ຕີ​ລາຄາ​ໝາກຜົນ​ການ​ປະຕິບັດ​ໂຄງການ​ເຄື່ອນ​ໄຫວຂອງ​ຍຸດ​ທະ​ສາດຮ່ວມ​ມື​ເສດຖະກິດ ອາ​ຢາ​ວາ​ດີ – ເຂົ້າ​ພະຍາ – ​ແມ່​ຂອງ (ACMECS) ​ໄລ​ຍະ 2013 – 2015 ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະອຽດ​ຄື: ອຸດສາຫະກຳ - ພະລັງງານ, ການທ່ອງທ່ຽວ, ການ​ຄ້າ - ການ​ລົງທຶນ, ກະສິກຳ…

       ​ເລື່ອງ​ຫວຽດນາມ​ເຂົ້າ​ຮ່ວມ 2 ກອງ​ປະຊຸມ​ດັ່ງກ່າວ ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ກົນ​ການ​ຮ່ວມ​ມື​ສຳຄັນ​ນີ້.

ຂ່າວ/ບົດ​ອື່ນ