ນາຍົກລັດຖະມົນຕີຫງວຽນເຕີ້ນຢຸງເຂົ້າຮ່ວມພິທີເປີດໂຄງການກໍ່ສ້າງສາຍທາງ ເຊື່ອມຕໍ່ນະຄອນເກີນເທີກັບແຂວງກ່ຽນຢາງ
ພິທີເປີດໂຄງການກໍ່ສ້າງສາຍທາງ ໂລ້ແຕ - ແຣກຊ່ອຍ ເຊື່ອມຕໍ່ນະຄອນເກີນເທີກັບແຂວງກ່ຽນຢາງ. |
(vovworld)- ວັນທີ 17/1, ຢູ່ເມືອງເຈົາແທ່ງ, ແຂວງກ່ຽນຢາງ, ກະຊວງຄົມມະນາຄົມຂົນສົ່ງໄດ້ດຳເນີນພິທີເປີດໂຄງການກໍ່ສ້າງສາຍທາງ ໂລ້ແຕ - ແຣກຊ່ອຍ ເຊື່ອມຕໍ່ນະຄອນເກີນເທີກັບແຂວງກ່ຽນຢາງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ຊີ້ແຈ້ງວ່າ ນີ້ແມ່ນເສັ້ນທາງນອນໃນເສັ້ນທາງໂຮ່ຈິມິນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ເນັ້ນໜັກວ່າ :
“ ເສັ້ນທາງນີ້ ເຖິງວ່າມີຄວາມຍາວປະມານ 51 ກິໂລແມັດກໍຕາມ, ແຕ່ກໍແມ່ນຄວາມໄຝ່ຝັນທີ່ມີມາແຕ່ດົນນານຂອງພວກເຮົາ. ເມື່ອເສັ້ນທາງ ໄດ້ຮັບການກໍ່ສ້າງສຳເລັດ ຈະປະກອບສ່ວນສຳຄັນທີ່ສຸດໃຫ້ແກ່ການພັດທະນາເສດຖະກິດ-ວັດທະນະທຳ-ສັງຄົມ ແລະ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ແກ່ແຂວງກ່ຽນຢາງ, ສາມາດຫຼຸດຜ່ອນເວລາເດີນທາງຈາກແຣກຢ້າຫານະຄອນໂຮ່ຈິມິນ ແລະ ເປີດກ້ວາງການພົວພັນຂົນສົ່ງໄປຍັງບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ”