ນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມເວທີປາໄສເສດຖະກິດ5ປະເທດເຂດອະນຸພາກພື້ນແມ່ນ້ຳຂອງ

ນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມເວທີປາໄສເສດຖະກິດ5ປະເທດເຂດອະນຸພາກພື້ນແມ່ນ້ຳຂອງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ເຂົ້າຮ່ວມ
ເວທີປາໄສເສດຖະກິດ5ປະເທດເຂດອະນຸພາກພື້ນແມ່ນ້ຳຂອງ
(ພາບ: VGP)


​​(vovworld) - ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 7 ຢູ່​ຍີ່ປຸ່ນ, ຕອນ​ບ່າຍ​ວັນ​ທີ 03/07, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້​ອມກັບ​ການ​ນຳ​ບັນດາ​ປະ​ເທດ​ແມ່​ນ້ຳຂອງ ​ແລະ ຜູ້ຕາງ​ໜ້າ​ວິ​ສາ​ຫະກິດ​ຍີ່ປຸ່ນ ປະມານ 200 ​ແຫ່ງ​​ໄດ້​ເຂົ້າ​ຮ່ວມ​​ເວທີ​ປາ​ໄສວິ​ສາ​ຫະກິດ 5 ປະ​ເທດ​ເຂດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ.​ ນີ້​ແມ່ນ​ການ​ເຄື່ອນ​ໄຫວເພື່ອ​ສ້າງ​ກາລະ​ໂອກາດ​ໃຫ້​ຜູ້ຕາງໜ້າ​ລັດຖະບານ​ບັນດາ​ປະ​ເທດ​ແມ່​ນ້ຳຂອງ ​ໄດ້ພົບ​ປະ ​ແລະ ​ແລກປ່ຽນ​ກັບ​ບັນດານັກ​ລົງທຶນ ​ແລະ ວິ​ສາ​ຫະກິດ​ຍີ່ປຸ່ນ ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມຊ້ອນພັດທະນາ ກໍ​ຄື​ແງ່​ຫວັງ​ລົງທຶນ, ​ດຳ​ເນີນ​ທຸລະ​ກິດ​ຢູ່​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.

      ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຍົກ​ອອກ​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນບັນດາ​ຄວາມ​ມານະ​ພະຍາຍາມ​ຮັກສາ​ທ່​າເຕີບ​ໂຕ​ໃນ​ການ​ພັດ​ທະນາ​ເສດຖະກິດ ​ແລະ ຮັບສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສ້າງ​ລະບ​ອບ​ເສດຖະກິດ​ການ​ຕະຫຼາດ​ໃຫ​້ສົມ​ບູນແບບ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ຍົກ​ສູງ​ພື້ນ​ຖານ​ໂຄງ​ລ່າງ ​ແລະ ຍູ້​ແຮງ​ການ​​ເຊື່ຶອມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້ເນັ້ນ​ໜັກ​​ວ່າ, ດ້ວຍ​ບັນດາ​ທ່າ​ແຮງ​ຂອງ​ຕົນ​ຄື:​ ມີພູມ​ສາດທີ່​ສະດວກ ​ແລະ ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ - ສັງຄົມ ​ແລະ ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​, ຫວຽດນາມ ມີ​ແງ່​ຫວັງ​ຫຼາຍ​ຢ່າງ​​ໃນ​ການ​ພັດທະນາ​ໃນອະນາຄົດ ​ແລະ ຈະ​ນຳ​ມາ​ເຊິ່ງບັນດາ​ກາ​ລະ​ໂອກາດ​ໃໝ່​ໃຫ້​ວິ​ສາ​ຫະກິດ​ຍີ່ປຸ່ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີນ​ຢຸງ ກໍ​ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ ຍາມ​ໃດ​ກໍ​ຮ່ວມ​ເດີນທາງ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດໃຫ້​ບັນດາ​ນັກ​ລົງທຶນ​ໃນ​ວິວັດ​ການ​ເຄື່ອນ​ໄຫວ, ຜະລິດ​ດຳ​ເນີນ​ທຸ​ລະກິດ​ຢູ່​ຫວຽດນາມ.

      ໃນ​ຂອບ​ເຂດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ແມ່​ນ້ຳ​ຂອງ - ຍີ່​ປຸ່ນ ຄັ້ງ​ທີ 7, ວັນ​ທີ 3/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hunsen, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ສິງ​ທຳ​ມະ​ວົງ ແລະ ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ, ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ມຽນ​ມາ Thein Sein ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ພະ​ເຈົ້າ​ຈັກ​ກະ​ພັດ ຍີ່​ປຸ່ນ Akihito, ປະ​ທານ​ສະ​ພາ​ຕ່ຳ​ຍີ່​ປຸ່ນ Tadamori Oshima ແລະ ປະ​ທານ​ສະ​ພາ​ສູງ​ ຍີ່​ປຸ່ນ Masaaki Yamazaki. ທີ່​ການ​ຕ້ອນ​ຮັບ, ພະ​ເຈົ້າ​ຈັກ​ກະ​ພັດ ຍີ່​ປຸ່ນ ຢືນ​ຢັນ ສະ​ຫນັບ​ສ ະ​ຫນູນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ຍີ່​ປຸ່ນ ແລະ ບັນ​ດາ​ປະ​ເທດ ເພື່ອ​ການ​ພັດ​ທະ​ນາ​ລວມ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ ການ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຍີ່​ປຸ່ນ ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ ອາ​ຊີ ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຍີ່​ປຸ່ນ​ເຂົ້າ​ໃນ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ