ນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ເຄື່ອນໄຫວຢ້ຽມຢາມ ສ.ເກົາຫຼີ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ເຄື່ອນໄຫວຢ້ຽມຢາມ ສ.ເກົາຫຼີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢູ່​ສະ​ໜາມ​ບິນ

 (vovworld)-  ຕອນ​ທຽງ​ວັນ​ທີ 10/12, ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງພ້ອມ​ດ້ວຍ​ຄະ​ນະ​ໄດ້​ໄປ​ຮອນ​ນະ​ຄອນ​ບູ​ຊານ ປະ​ເທດ ສ.ເກົາຫຼີ ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ-ສ​ເກົາຫຼີ ແລະ ເຄື່ອນ​ໄຫວ​ຢ້ຽມ​ຢາມ​ນະ​ຄອນ​ບູ​ຊານ. ຕອນ​ບ່າຍ​ວັນ​ທີ 10/12, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງໄດ້​ມີ​ການ​ພົບ​ປະ​ໂອ້​ລົມ​ກັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດແຫ່ງ​ສ . ເກົາຫຼີ​ໃນ​ຂົງ​ເຂດ​ຕ່າງໆ​ຄື ທະ​ນາ​ຄານ, ນ້ຳ​ມັນ​ອາຍ​ແກັ​ສ, ຕໍ່​ກຳ​ປັ່ນ, ການ​ຄ້າ, ອຸດ​ສາ​ຫະ​ກຳ. ທີ່​ການ​ພົບ​ປະ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນັ້ນ​ໜັກ​ວ່າ ປະ​ຈຸ​ບັນ ສ.ເກົາຫຼີ​ແມ່ນແມ່ນ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໂດຍ​ກົງ​ໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ. ສ.ເກົາຫຼີ​ກໍ​ແມ່ນ​ນັກ​ຊ່ວຍ​ເຫຼືອ​ທຶນ ODA ໃຫຍ່​ອັນ​ດັບ 2 ໃຫ້​ຫວຽດ​ນາມ…..ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ເນັ້ນ​ໜັກ​ວ່າ : (ເທບ)

   “ ພາຍຫຼັງ​ກວ່າ 2 ປີ​ດຳ​ເນີນ​ການ​ເຈ​ລະ​ຈາ​, ມາ​ຮອດ​ປະ​ຈຸ​ບັນ, ຂ້າ​ພະ​ເຈົ້າ ແລະ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ສຳ​ເລັດ​ການ​ເຈ​ລະ​ຈາ​ສັ​ນ​ຍາ FTA ຫວຽດ​ນາມ - ສ.ເກົາຫຼີ​ໂດຍ​ພື້ນ​ຖານ. ພວກ​ຂ້າ​ພະ​ເຈົ້າ​ປາ​ຖະ​ໜາວ​່າ ດ້ວຍ​ສັນ​ຍາ FTA ນີ້, ການ​ລົງ​ທຶນ, ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ອື່ນໆ​ລະ​ຫວ່າງ 2 ປະ​ເທດ​ຈະ​ພັດ​ທະ​ນາ​ແຂງ​ແຮງກວ່າ​ອີກ. ພວກ​ຂ້າ​ພະ​ເຈົ້າ​ຊົ​ມ​ເຊີຍພວກ​ເພື່ອນ​ເປີດ​ກ້​ວາງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ແລະ ສ້າງທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ພວກ​ເພື່ອນ​ສຳ​ເລັດ​ຜົນ​ຢູ່​ຫວຽດ​ນາມ ”

    ບົນ​ຈິດ​​ໃຈ​ດັ່ງກ່າວ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຊົມ​ເຊີຍ​ບັນດາ​ວິ​ສາ​ຫະກິດສ.​ເກົາຫຼີ ທີ່​ສົນ​ໃຈ​ເຖິງ​ຕະຫຼາດ​ຫວຽດນາມ, ພ້ອມ​ທັງ​ຕອບ​ຄຳ​ຖາມ​ໂດຍ​ກົງ, ​ເຮັດ​ແຈ້ງ​ບັນດາ​ຄວາມ​ສົນ​ໃຈ ​ແລະ ​ແກ້​ໄຂ​ບາງ​ຂໍ້​ສະ​ເໜີ​ຂອງ​ວິ​ສາ​ຫະກິດ​ສ.​ເກົາຫຼີ ​ໂດຍທັນທີ. ກ່ຽວຂ້ອງ​ເຖິງ​ຂໍ້​ສະ​ເໜີ ອະນຸຍາດ​ໃຫ້​ທະນາຄານ ບຸ​ຊານ ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ,  ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ.

        “ຂ້າພະ​ເຈົ້າ​ຊົມ​ເຊີຍ​ຄຳ​ເຫັນ​ດັ່ງກ່າວ. ຂ້າພະ​ເຈົ້າ​ເຂົ້າ​ໃຈ​ໄດ້​ວ່າ ສິ່ງ​ດັ່ງກ່າວ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ບຸ​ຊານ ລົງທຶນ​ພັດທະ​ນະ​ດ້ານ​ການ​ຄ້າ​ຢູ່​ຫວຽດນາມ. ຂ້າພະ​ເຈົ້າ​ເຫັນ​ດີ​ກ່ຽວ​ກັບ​​ແຜນ​ນະ​ໂຍບາຍ​​ເປີດທະນາຄານ ບຸ​ຊານ ຢູ່​ຫວຽດນາມ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ທ່ານຫົວ​ນ້າ​ສະຖານ​ກົງ​ສູນ​ໃຫຍ່​ກິ​ຕິ​ມະ​ສັກ​ຫວຽດນາມ ປະຈຳ ບຸ​ຊານ, ເປີດ​ທະນາຄານ ບຸ​ຊານ ຢູ່​ຫວຽດນາມ ຢ່າງ​ໜ້ອຍ​ສຸດ​ກໍ່​ນຳ​ວິ​ສາ​ຫະກິດ 100 ​ແຫ່ງ ຊຶ່ງ​ແມ່ນ​ລູກ​ຄ້າຂອງ​ຕົນ​ມາ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ແລະ ຖ້າ​ຫາກ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ທ່ານ, ​ໃນ​ອາທິດ​ໜ້າພວກ​ຂ້າພະ​ເຈົ້າ​ຈະ​ອະນຸ​ຍາດ​​ໃນ​ທັນທີ”.

        ກໍ່​ທີ່​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ຍັງ​ປຶກສາ​ຫາລື​ບັນດາ​ບັນຫາ​ອື່ນ​ອີກກັບສ.​ເກົາຫຼີ.



ຂ່າວ/ບົດ​ອື່ນ