ນາຍົກລັດຖະມົນຕີຫວຽດນາມຫງວຽນເຕິນຢຸ້ງຕ້ອນຮັບຮອງນາຍົກລັດຖະ ມົນຕີຈີນຈາງກາວລີ

ນາຍົກລັດຖະມົນຕີຫວຽດນາມຫງວຽນເຕິນຢຸ້ງຕ້ອນຮັບຮອງນາຍົກລັດຖະ ມົນຕີຈີນຈາງກາວລີ - ảnh 1
ທ່ານ​​ນາຍົກລັດຖະມົນຕີຫວຽດນາມ​ ຫງວຽນ​ເຕິ​ນຢຸ້ງ ​ຕ້ອນຮັບ​
ທ່ານຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ
(ພາບ: TTXVN)

 (vovworld)- ​ ​ຕອນ​ເຊົ້າ​ວັນ​ທີ 16/7, ທ່ານ​​ນາຍົກລັດຖະມົນຕີຫວຽດນາມ​ ຫງວຽນ​ເຕິ​ນ ຢຸ້ງ ​ໄດ້​ໃຫ້ການຕ້ອນຮັບ​ທ່ານຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ.  ທີ່​ການ​ຕ້ອນຮັບ​ທ່ານ​​ນາຍົກລັດຖະມົນຕີຫວຽດນາມ​ ຫງວຽນ​ເຕິ​ນຢຸ້ງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ພິ​ເສດ​ເລື່ອງ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ຈີນຢ່າງໝັ້ນຄົງ, ຖື​ນີ້​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ທ່ານ​​ນາຍົກລັດຖະມົນຕີຫວຽດນາມ​ ຫງວຽນ​ເຕິ​ນຢຸ້ງ ສະ​ເໜີວ່າ: 2 ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ, ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນຢ່າງ​ສົມ​ເຫດ​ສົມ​ຜົນ, ພ້ອມກັນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ສຸມ​ໃສ່​ຮ່ວມ​ມື​ພັດທະນາ.

          ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີຈີນ ຈາງ​ກາວ​ລີ ຢືນຢັນ​ວ່າ: ຍາມ​ໃດ​ຈີນ ກໍ​ຖື​ເປັນ​ສຳຄັນ​ເລື່ອງຊຸກຍູ້ການ​ຮ່ວມ​ມືກັບ​ຫວຽດນາມ ​ແລະ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ຫວຽດນາມ ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື, ການຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່ລວງ​​ເລິກ​, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.  2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະສັນຕໍ່​ເລື່ອງ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມືຢ່າງ​ແທດ​ຈິງ​ໃນບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ.

          ກ່ຽວ​ກັບບັນຫາ​ບົນ​ທະ​ເລ, ທ່ານ​​ນາຍົກລັດຖະມົນຕີຫວຽດນາມ​ ຫງວຽນ​ເຕິ​ນຢຸ້ງ ສະ​ເໜີ 2 ຝ່າຍ​ປະຕິບັດບັນດາຂໍ້​ຕົກລົງ ​ແລະ ​ຄວາມຮັບ​ຮູ້​ລວມສຳຄັນຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ ກ່ຽວ​ກັບ​ເລື່ອງ​ຄວບ​ຄຸມ​ຄວາມ​ບໍ່ລົງ​ລອຍ​ກັນ​ບົນ​ທະ​ເລ​ ​ເປັນ​ຢ່າງ​ດີ, ບໍ່​ມີ​ການ​ກະທ​ຳ​​ໃດໆເຮັດ​ໃຫ້​ສະພາບບົນ​ທະ​ເລ​ສັບສົນ ​ແລະ  ການຂັດ​ແຍ້​ງກັນ​ເພີ່ມ​ຂຶ້ນ, ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ