ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມຜັນຂະຫຍາຍແຜນພັດທະນາເສດຖະກິດສັງຄົມ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າ​ຮ່ວມ​ກອງ​ປະຊຸມ
ຜັນ​ຂະຫຍາຍ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ
( ພາບ: vhttdlhd.vn )

( vovworld ) -   ​​​ຕອນ​ເຊົ້າ​ວັນ​ທີ 4/7, ຢູ່​ທີ່ສູນ​ກອງ​ປະຊຸ​ມ​ແຫ່ງ​ຊາດ​ມິ້ດິ່ງ, ຮ່າ​ໂນ້ຍ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທົ່ວ​ປ​ະ​ເທດ​ແນະນຳ​ການ​ຜັນ​ຂະຫຍາຍ​​ການກໍ່ສ້າງແຜນພັດທະນາ​ເສດຖະກິດສັງຄົມປີ 2013 ແລະ ແຜນການລົງທຶນຈາກງົບປະມານແຫ່ງລັດໃນໄລຍະ 3 ປີ ( 2013 – 2015 ). ກອງ​ປະຊຸມ​​ໄດ້ສຸມ​ໃສ່​ຕີ​ລາຄາ​ສະພາບ​​ການປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ໃນ 6 ເດືອນຕົ້ນປີ 2012 ແລະ ບັນດາໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ 2012 ໃຫ້ເປັນຫຼັກ​ຖານເພື່ອ​ສ້າງ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ປີ 2013. ທີ່​ກອງ​ປະຊຸມ​ນີ້, ຜູ້​ຕາງ​ໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ກໍ່ຈະປຶກສາຫາລືກ່ຽວ​ກັບ​ແຜນການ​ມອບ​​ງົບປະມາ​ແຫ່ງ​ລັດ, ພັນທະບັດ​ລັດຖະບານ ​ແລະ ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ຮອດ​ປີ 2015.




ຂ່າວ/ບົດ​ອື່ນ