ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວປາໄສທີ່ພິທີ
( ພາບ: baomoi.com )
(vovworld) – ຕອນເຊົ້າວັນທີ 17/7, ຢູ່ຄະຄອນບວນເມທວດ, ແຂວງດັກຫຼັກ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເຂົ້າຮວ່ມ ແລະ ກ່າວປາໄສທີ່ພິທີສະເຫຼີມສະຫຼອງ 10 ແຫ່ງວັນສ້າງຕັ້ງຄະນະຊີ້ນຳເຂດໄຕຫງວຽນ ແລະ ຍ້ອງຍໍສ່ວນບຸກຄົນຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນ ແລະ ຜູ້ມີຄູນງາມຄວາມດີເກືອບ 180 ຄົນ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຍ້ອງຍໍບັນດາຜົນງານທີ່ໃຫຍ່ຫຼວງເຊິ່ງທະຫານ ແລະ ປະຊາຊົນບັນດາແຂວງເຂດໄຕຫງວຽນ ບັນລຸໄດ້ໃນ 10 ປີທີ່ຜ່ານມາ ທ່ານນາຍົກລັດຖະມົນຕີ Nguyen Tan Dung ຮຽກຮ້ອງໃຫ້ຄະນະຊີ້ນຳເຂດໄຕຫງວຽນ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະ ຄະນະພັກທຸກຂັ້ນ, ອຳນາດການປົກຄອງຢູ່ເຂດໄຕຫງວຽນ ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ເພື່ອແນໃສ່ພັດທະນາເຂດໄຕຫງວຽນ ຢ່າງໝັ້ນຄົງ.
“ຖືໜ້າທີ່ພັດທະນາເສດຖະກິດສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຊົນເຜົ່າ ແມ່ນບຸລິມະສິດອັນດັບໜຶ່ງ. ປະຕິບັດການກວດກາ, ເລັ່ງລັດ, ຍົກສູງບົດບາດຕິດຕາມກວດກາບັນດາກະຊວງຂະແໜງການ, ທ້ອງຖິ່ນໃນການປະຕິບັດບັນດາໜ້າທີ່ ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ. ພ້ອມກັນນັ້ນ, ເປັນເຂົ້າການຕິດຕາມບັນດາການຜັນແປ່ຂອງສະພາບການ, ຄົ້ນຄວ້າ, ສະເໜີຕໍ່ພັກ ແລະ ລັດ ກົນໄກ, ນະໂຍບາຍພິເສດເພື່ອເສີມຂະຫຍາຍຄວາມສາມາດບົມຊ້ອນ, ທ່າໄດ້ປຽບກໍຄືແກ້ໄຂບັນດາຂໍ້ຈຳກັດ, ຄວາມອ່ອນດ້ອຍໃນບໍລິເວັນແຂວງ. ຕັ້ງໜ້າເຂົ້າຮ່ວມ, ສົມທົບກັບບັນດາກຳລັງ, ບັນດາອົງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ຕໍ່ສູ້ສະກັດກັ້ນທຸກກົນອຸບາຍ, ການເຄື່ອນໄຫວຕ້ານທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ. ”