ນາຍົກລັດຖະມົນຕີເຊັນອະນຸມັດບັນຊີລາຍຊື່3ໂຄງການຊື່ງຕ່າງປະເທດອຸປະຖຳ

ນາຍົກລັດຖະມົນຕີເຊັນອະນຸມັດບັນຊີລາຍຊື່3ໂຄງການຊື່ງຕ່າງປະເທດອຸປະຖຳ - ảnh 1
ພາບ​ປະ​ກອບ

(vovworld)-  ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຊັນ​ອະ​ນຸ​ມັດ​ບັນ​ຊີ​ລາຍ​ຊື່3ໂຄງ​ການ​ຊື່ງ​ຕ່າງ​ປະ​ເທດ​ອຸ​ປະ​ຖຳ, ຕາມນັ້ນ​ແລ້ວ ໂຄ​ງ​ການ “ຜະ​ລິດພະ​ລັງ​ງານຄືນ​ໃຫມ່ ແລະ ​ປະ​ສິດ​ທິ​ຜົນ​ຈາກ​ການ​ນຳ​ໃຊ້​ພະ​ລັງ​ງານ” ໂດຍ​ນຳ​ໃຊ້​ການ​ຊ່ວຍ​ເຫລືອຫລ້າ​​ທຶນ ODA ຂອງ​ລັດ​ຖະ​ບານ​ເຢຍ​ລະ​ມັນ ຊື່ງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ແຕ່​ປີ 2015 ມາ​ຮອດ​ປີ 2017. ຄາດ​ໝາຍ​ຂອງ​ໂຄງ​ການ​ແມ່ນ​ສ້າງ​ພື້​ນ​ຖານ​ທິດ​ສະ​ດີມ​ີ​ລັກ​ສະ​ນະ​ເປັນ​ລະ​ບົບ ຊ່ວຍ​ລົງ​ທຶນ​ເຂົ້າ​ການ​ຜະ​ລິດ​ພະ​ລັງ​ງານ​ຄືນ​ໃຫມ່ ແລະ ການ​ນຳ​ໃຊ້​ພະ​ລັງ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ໂຄງກ​ານ​ທີ 2 ແມ່ນ “ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ເຄືອ​ຂ່າຍ​ບໍ​ລິ​ການ ແລະ ປິ່ນ​ປົວ​ໃຫ້​ເດັກ​ພິ​ການ​ຢູ່​ແຂວງ ທາຍ​ບີງ” ໂດຍ ອົງ​ການ​ພັດ​ທະ​ນາ​ສາ​ກົນ ອາ​ເມ​ລິ​ກາ ອຸ​ປະ​ຖຳ.ນອກນັ້ນ ມີ​ໂຄງ​ການ “ຄ​ຸ້ມ​ຄອງ​ແຫລ່ງ​ນ້ຳ ແລະ ໄພ​ນ້ຳ​ຖ້ວມ ຫວີງ​ຟຸກ”, ໂດຍ​ກູ້​ຢືມ​ທຶນ 220 ລ້ານ USD ຈາກ​ທະ​ນາ​ຄານ​ໂລກ .

 

 

ຂ່າວ/ບົດ​ອື່ນ