ນາໂຕ ຜັນຂະຫຍາຍພາລະກຳຄວາມໝັ້ນຄົງໃໝ່ຢູ່ຂົ້ວໂລກເໜືອ

(VOVWORLD) - ວັນທີ 11 ກຸມພາ, ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ໄດ້ປະກາດການຜັນຂະຫຍາຍພາລະກຳໃໝ່ທີ່ມີຊື່ວ່າ “Arctic Sentry” ແນໃສ່ເພີ່ມທະວີຄວາມໝັ້ນຄົງຢູ່ຂົ້ວໂລກເໜືອ.
ນາໂຕ ຜັນຂະຫຍາຍພາລະກຳຄວາມໝັ້ນຄົງໃໝ່ຢູ່ຂົ້ວໂລກເໜືອ - ảnh 1(ພາບປະກອບ: REUTERS)

        ຕາມແຈ້ງການຂອງ ນາໂຕ, “Arctic Sentry” ແມ່ນການເຄື່ອນໄຫວຫຼາຍຂົງເຂດ, ກ່ອນອື່ນຈະເຕົ້າໂຮມ ແລະ ສົມທົບບັນດາໂຄງການທີ່ມີຢູ່ແລ້ວຂອງບັນດາປະເທດສະມາຊິກ, ຄື ບັນດາການຊ້ອມຮົບທີ່ຈະມາເຖິງຂອງ ນອກແວ ແລະ ແດນມາກ. ຕາມນາຍພົນ Alexus Grynkewich, ຜູ້ບັນຊາການສູງສຸດບັນດາກຳລັງສຳພັນທະມິດຂອງ ນາໂຕ ຢູ່ ເອີລົບ, ພາລະກຳດັ່ງກ່າວແມ່ນການຢັ້ງຢືນຄຳໝັ້ນສັນຍາຂອງພັນທະມິດໃນການປົກປ້ອງບັນດາປະເທດສະມາຊິກ ແລະ ຮັກສາຄວາມສະຖຽນລະພາບຢູ່ໜຶ່ງໃນບັນດາເຂດທີ່ມີຄວາມໝາຍຍຸດທະສາດສຳຄັນທີ່ສຸດ ແຕ່ກໍ່ມີສິ່ງທ້າທາຍທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ