ນາໂຕ ເລີ່ມດຳເນີນການຊ້ອມຮົບຢູ່ ເອີລົບເໜືອ

(VOVWORLD) - ຕາມແຈ້ງການດັ່ງກ່າວແລ້ວ, ການຊ້ອມຮົບໂດຍມີການເຂົ້າຮ່ວມຂອງນາຍທະຫານກວ່າ 20.000 ຄົນທີ່ມາຈາກ 13 ປະເທດ.
ນາໂຕ ເລີ່ມດຳເນີນການຊ້ອມຮົບຢູ່ ເອີລົບເໜືອ - ảnh 1ພົນທະຫານ ແຟງລັງ
(ພາບ: saudigazette.com.sa)

        ວັນທີ 04 ມີນາ, ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (ນາໂຕ) ແຈ້ງໃຫ້ຊາບວ່າ, ການຊ້ອມຮົບດ້ານການທະຫານມີຂອບຂະໜາດໃຫຍ່ຢູ່ເຂດດິນແດນ ເອີລົບເໜືອ ຂອງສຳພັນທະມິດນີ້ ໄດ້ເລີ່ມດຳເນີນໃນວັນດຽວກັນ ເພື່ອຮັບມືກັບສະພາບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ ເອີລົບ ເມື່ອການປະທະກັນຢູ່ ຢູແກຼນ ໄດ້ກ້າວເຂົ້າສູ່ປີທີ 3.

        ຕາມແຈ້ງການດັ່ງກ່າວແລ້ວ, ການຊ້ອມຮົບໂດຍມີການເຂົ້າຮ່ວມຂອງນາຍທະຫານກວ່າ 20.000 ຄົນທີ່ມາຈາກ 13 ປະເທດ. ການຊ້ອມຮົບໂດຍ ນອກແວ ນຳໜ້າໄດ້ສ້າງຂີດໝາຍການເຂົ້າຮ່ວມທີ່ໃຫຍ່ຫຼວງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນຂອງ ແຟງລັງ ໃນການຊ້ອມຮົບດ້ານການທະຫານຢູ່ຕ່າງປະເທດ, ດ້ວຍພົນທະຫານ ແຟງລັງ ກວ່າ 4.000 ຄົນເຂົ້າຮ່ວມ. ການກະທຳດັ່ງກ່າວໄດ້ດຳເນີນໄປພາຍຫຼັງຂໍ້ຕົກລົງປະຫວັດສາດຂອງ ແຟງລັງ ທີ່ເຂົ້າເປັນສະມາຊິກ ນາໂຕ ໃນເດືອນ ເມສາ 2023.

        ໃນຂະນະນັ້ນ, ໃນວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Alexander Grushko ໃຫ້ຮູ້ວ່າ, ມົດສະກູ ພວມຕິດຕາມການຊ້ອມຮົບເຊິ່ງ ມົດສະກູ ຖືວ່າມີລັກສະນະເກາະຜິດດັ່ງກ່າວ. ທ່ານກ່າວເຕືອນວ່າ, ມົດສະກູ ໄດ້ປະຕິບັດທຸກມາດຕະການທີ່ຈຳເປັນ ເພື່ອຮັບປະກັນຄວາມສາມາດປ້ອງກັນຕົວຂອງ ລັດເຊຍ ໃນສະພາບປະຈຸບັນ.

        ການຊ້ອມຮົບດ້ານການທະຫານທາງອາກາດ, ທາງບົກ ແລະ ທາງທະເລດັ່ງກ່າວຂອງ ນາໂຕ ຈະແກ່ຍາວຮອດວັນທີ 14 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ