ນຳສົ່ງພົນລະເມືອງ ຫວຽດນາມ 340 ຄົນຈາກ ອົດສະຕາລີ ກັບມາປະເທດ

(VOVWORLD) - ພາຍຫລັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ ຢ່າງປອດໄພແລ້ວ, ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຕາມການກຳນົດ.
ນຳສົ່ງພົນລະເມືອງ ຫວຽດນາມ 340 ຄົນຈາກ ອົດສະຕາລີ ກັບມາປະເທດ - ảnh 1ນຳສົ່ງພົນລະເມືອງ ຫວຽດນາມ 340 ຄົນຈາກ ອົດສະຕາລີ ກັບມາປະເທດ (ພາບ: baoquocte.vn)

  ວັນທີ 20 ສິງຫາ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳອົດສະຕາລີ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ ອົດສະຕາລີ ນຳສົ່ງພົນລະເມືອງ ຫວຽດນາມ ກ່ວາ 340 ຄົນກັບມາປະເທດ, ໃນນັ້ນ ມີເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ອາຍຸສູງ, ຜູ້ເຈັບເປັນ, ນັກສຶກສາບໍ່ມີບ່ອນພັກອາໄສ ຍ້ອນຫໍພັກປິດປະຕູ ແລະ ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກພິເສດອື່ນໆ

        ພາຍຫລັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເຕິນເຊີນເຍິດ ຢ່າງປອດໄພແລ້ວ, ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຕາມການກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ