ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອາເມລິກາ ກັມມາປະເທດ

(VOVWORLD) - ຜູ້ໂດຍສານຂອງຖ້ຽວບິນດັ່ງກ່າວ ລວມມີເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ອາຍຸສູງ, ຜູ້ເຈັບປ່ວຍ, ນັກສຶກສາໄດ້ສຳເລັດຫຼັກສູດການຮຽນບໍ່ມີບ່ອນພັກກອາໄສ.
ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອາເມລິກາ ກັມມາປະເທດ - ảnh 1 (ພາບປະກອບ/TTXVN)

  ໃນລະຫວ່າງວັນທີ 21 – 22 ທັນວາ, ບັນດາອົງການເຈົ້າໜ້າທີ່ຫວຽດນາມ, ບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ອາເມລິກາ, ບໍລິສັດການບິນແຫ່ງຊາດຫວຽດນາມ ສົມທົບກັບບັນດາອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນ ໄດ້ນຳສົ່ງພົນລະເມືອງຫວຽດນາມ 360 ຄົນ ກັບມາປະເທດຢ່າງປອດໄພ. ຜູ້ໂດຍສານຂອງຖ້ຽວບິນດັ່ງກ່າວ ລວມມີເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ອາຍຸສູງ, ຜູ້ເຈັບປ່ວຍ, ນັກສຶກສາໄດ້ສຳເລັດຫຼັກສູດການຮຽນບໍ່ມີບ່ອນພັກກອາໄສ ຍ້ອນຫໍພັກປິດປະຕູ ແລະ ບັນດາກໍລະນີຫຍຸ້ງຍາກອື່ນ. ພາຍຫລັງເຮືອບິນລົງຈອດຢູ່ສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ, ບັນດາຜູ້ໂດຍສານໄດ້ກວດສຸຂະພາບ ແລະ ປະຕິບັດການແຍກຕົວຕາມການກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ