ບໍ່ຄວນເຮັດໃຫ້ວິກິດການໃນແຫຼມເກົາຫຼີ ເພີ່ມຂຶ້ນ

ບໍ່ຄວນເຮັດໃຫ້ວິກິດການໃນແຫຼມເກົາຫຼີ ເພີ່ມຂຶ້ນ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 10/04, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໄດ້​ກ່າວ​ເຕື່ອນວ່າ ບໍ່​​ຄວນເຮັດ​​ໃຫ້​ວິ​ກິດ​ການ​ໃນ​ແຫຼມ​ເກົາຫຼີ ​ເພີ່ມ​ຂຶ້ນ ດ້ວຍການ​ສ້ອບຮົບ​ດ​້ານການ​ທະຫານ. ກ່າວຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫຼັງ​ການພົບ​ປະ​ກັບ​ຜູ້​ຮ່ວມຕຳ​ແໜ່​ງອາ​ເມ​ລິ​ກາ ທ່ານ John Kerry ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຸ່ມ​ບັນດາ​ພື້ນຖານ​​ເສດຖະກິດ​ພັດທະນາ​ໄວ​ກວ່າ​ໝູ່​ຂອງ​ໂລກ (G8) ຢູ່​ອັງກິດ, ທ່ານ Lavrov ​ໄດ້​ຖື​ວ່າ ພວມ​ມີ​ໂອກາດ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ນີ້.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ Kerry ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ແລະ ​ແບ່ງປັນ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນດາ​ການ​ກະທຳ​ຂອງ ສປປ.​ເກົາຫຼີ ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​​ໃຫ້ຫາ​ກຖານນິວ​ເຄຼຍ Yongbyong ​ເຄື່ອນ​ໄຫວຄືນ​ໃໝ່ ກໍ​ຄື​ບັນດາ​ການ​ຜັນ​​ແປ​ຫວ່າງ​ແລ້ວ​ນີ້ ​ເພື່ອ​ກະກຽ​ມ​ໃຫ້​ແກ່​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ. 2 ຝ່າ​ຍກໍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ແນວ​ຄວາມ​ຄິດທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ນິວ​ເຄຼຍຂອງ​ພຽງ​ຢາງ.

        ອາ​ເມ​ລິ​ກາ ກໍ​ຮຽກຮ້ອງ​ໃຫ້ ສປປ.ເກົາຫຼີ ຈົ່ງລະງັບ​ໃຈ​ໃນ​ສະພາບ​ທີ່​ມີ​ຂ່າວ​ວ່າ ປະ​ເທດ​ນີ້​ອາດ​ຈະ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​. ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Chuck Hagel ​ໄດ້​ກ່າວ​ເຕື່ອນສະພາບ​ເຄັ່ງ​ຕຶ້ງ​ຢູ່​ແຫຼ​ມ​ເກົາຫຼີ ພວມ​ກ່າວ​ໄປ​ເຖິງ​ລະດັບ​ອັນຕະລາຍ. ທ່ານ​ຮຽກຮ້ອງ​ໃຫ້ ສປປ.ເກົາຫຼີ ບໍ່​ເພີ່ມ​ບັນດາການ​ກະທຳຄື​ຍິງ​ທົດ​ລອງ​ລູກ​ສອນ​ໄຟ, ຫາກ​ຄວນ​ປະກອບສ່ວນ​ຫລຸ​ດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ