ບິ່ງດິງສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງ (31/3/1975 - 31/3/2025)
(VOVWORLD) - ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງບິ່ງດິງ ໄດ້ດຳເນີນໃນຕອນຄ່ຳວັນທີ 30 ມີນາ, ຢູ່ສະໜາມຫຼວງ ຫງວຽນເຕິດແທັງ, ນະຄອນ ກຸຍເຍິນ.
ລາຍການສະແດງສິລະປະຢູ່ພິທີ |
ກ່າວຄຳເຫັນໃນພິທີ, ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ເນັ້ນໜັກວ່າ, ໄຊຊະນະຂອງກອງທັບ ແລະ ປະຊາຊົນບິ່ງດິງກ່ອນນີ້ 50 ປີໄດ້ປະກອບສ່ວນສຳຄັນເຂົ້າໃນໄຊຊະນະອັນຍິ່ງໃຫຍ່ລະດູບານໃໝ່ປີ 1975, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ໂດຍສືບຕໍ່ມູນເຊື້ອອັນສະຫງ່າລາສີນັ້ນ, ທ່ານ ຫງວຽນຈ້ອງເຫງ້ຍຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງສະເໜີວ່າ ແຂວງບິ່ງດິ້ງຕ້ອງສືບຕໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຮ່ວມແຮງຮ່ວມໃຈບືນຕົວຂຶ້ນ, ສູ້ຊົນກໍ່ສ້າງບິ່ງດິງກາຍເປັນແຂວງ ພັດທະນາແບບຍືນຍົງ ແລະ ນອນໃນກຸ່ມນຳໜ້າເຂດພາກກາງໂດຍໄວ.