(VOVWORLD) - ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນ ພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ສິ້ນສຸດການໄປປະຕິບັດງານ
(ພາບ: TTXVN)
|
ຕອນເຊົ້າວັນທີ 09 ເມສາ, ເຮືອບິນນຳສົ່ງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນ ໂນ້ຍບາຍ, ຮ່າໂນ້ຍ ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 150 (IPU – 150), ຢ້ຽມຢາມ ສ.ອູເບກິດສະຖານ ແລະ ສ.ອາກເມນີ, ແຕ່ວັນທີ 02 – 08 ເມສາ ຢ່າງຈົບງາມ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 08 ເມສາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ທັງຮັບຜິດຊອບ ອູເບກິດສະຖານ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອູເບກິດສະຖານ.
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຊີ້ແຈ້ງນະໂຍບາຍສະເໝີຕົ້ນສະເໝີ້ປາຍຂອງ ພັກ ແລະ ລັດ ຫວຽດນາມ ແມ່ນ, ຍາມໃດກໍ່ເອົາໃຈໃສ່ ແລະ ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນ ພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້, ແມ່ນປັດໃຈສຳຄັນປະກອບສ່ວນເພີ່ມທະວີການພົວພັນຮ່ວມມື, ມິດຕະພາບລະຫວ່າງ ຫວຽດນາມ ກັບບັນດາປະເທດ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ປາດຖະໜາວ່າ ພໍ່ແມ່ປະຊາຊົນສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ປະກອບສ່ວນໃຫ້ແກ່ການພັດທະນາຂອງ ອູເບກິດສະຖານ ແລະ ການພົວພັນ ຫວຽດນາມ - ອູເບກິດສະຖານ.