ບິ່ງເຢືອງເພີ່ມທະວີການຮ່ວມມືລົງທຶນກັບແຂວງຈຳປາສັກ(ລາວ)

ບິ່ງເຢືອງເພີ່ມທະວີການຮ່ວມມືລົງທຶນກັບແຂວງຈຳປາສັກ(ລາວ) - ảnh 1
ການນຳແຂວງບິງເຢືອງ ແລະ ແຂວງຈຳປາສັກ
(ພາບ: binhduong.org.vn)

(vovworld) – ​ ວັນ​ທີ 12/9, ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ບິ່ງ​ເຢືອງ, ທ່ານ ບຸນ​ທອງ ດີ​ວິ​ໄຊ ​ເລຂາ​ພັກ​ແຂວງເຈົ້າ​ແຂວງ ​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ: ​ແຂວງ ຈຳປາ​ສັກ ​ໄດ້​ຮັບ​ການກຳນົດຈາ​ກລັດຖະບານ ລາວ ​ເປັນ​ສູນ​ກາງ​ພັດທະນາ​ເສດຖະກິດ​ຂອງ​ບັນດາ​ແຂວງ​ພາກ​ໃຕ້ ລາວ. ​ແຂວງ ສຸມ​ໃສ່​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ທີ່​ລົງທຶນ​ເຂົ້າ​ບັນດາ​ຂົງ​ເຂດ​ຄື: ກະສິກຳ, ​ໄຟຟ້າ ​ແລະ ທ່ອງ​ທ່ຽວ. ​ແຂວງ ຈຳປາ​ສັກ ປາດ​ຖະໜາ​ຢາກ​ໃຫ້ ​ແຂວງ ບິ່ງ​​ເຢືອງ ໜູນ​ຊ່ວຍ​ບົກ​ຮຽນ​ໃນ​ການ​ກໍ່ສ້າງ​ບັນດາ​ເຂດ​ອຸດສາຫະກຳ ​ແລະ ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ວິວັດ​ການ​ພັດທະນາ​ອຸດສາຫະກຳ​ຂອງ​ແຂວງ​ຕາມ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ ລາວ.

        ​ເນື່ອງ​ໃນ​ໂອກາດ​ນີ້, 2 ​ແຂວງ​ກໍ​ເຫັນ​ດີ​ເປັນ​ເອກະສັນ ບາງ​ທິດ​ທາງຮ່ວມ​ມື​ໃນ​ໄລຍະ 2016 – 2020, ​ໃນ​ນັ້ນ 2 ​ແຂວງ​ສືບ​ຕໍ່​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກ​ຄີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລົງທຶນ.

ຂ່າວ/ບົດ​ອື່ນ