ບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈີມິນ ກ່ອນນີ້ 70 ປີໄດ້ເປັນການປຸກລຸກ, ລະດົມກຳລັງໃຈ...

ໂດຍສະເຫຼີມສະຫຼອງ 70 ປີແຫ່ງວັນປະທານ ໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11/6/1948 – 11/6/2018), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານສະພາແຂ່ງຂັນຍ້ອງຍໍຊົມເຊີຍສູນກາງ, ໄດ້ມີບົດຂຽນ “ຊາມຊຶມແນວຄວາມຄິດແຂ່ງຂັນຮັກຊາດຂອງປະທານໂຮ່ຈີມິນ, ສູ້ຊົນປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດຢ່າງມີໄຊ”.

        ໃນບົດຂຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈີມິນ ກ່ອນນີ້ 70 ປີໄດ້ເປັນການປຸກລຸກ, ລະດົມກຳລັງໃຈ, ເພີ່ມກຳລັງໃຫ້ປະຊາຊົນ ຫວຽດນາມ ທຸກຄົນ ເສີມຂະຫຍາຍນ້ຳໃຈຮັກຊາດ, ຍົກສູງເຈດຈຳນົງການປະຕິວັດ, ອອກກຳລັງແຂ່ງຂັນຕໍ່ສູ້ຍາດເອົາເອກະລາດໃຫ້ແກ່ປະເທດຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບັນດາຂະບວນການແຂ່ງຂັນຮັກຊາດໄດ້ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປວງຊົນ, ສ້າງກຳລັງໜູນ, ເພື່ອປະກອບສ່ວນປະຕິບັດບັນດາຄາດໝາຍ, ໜ້າທີ່ພັດທະນາປະເທດຊາດຢ່າງມີໄຊ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ, ໃນໄລຍະພັດທະນາໃໝ່ນີ້, ໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດ ໄດ້ວາງອອກແມ່ນໜັກໜ່ວງທີ່ສຸດ; ກາລະໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍຊັບຊ້ອນກັນ. ເພື່ອປະຕິບັດໄດ້ຄວາມຫວັງຂອງປະທານ ໂຮ່ຈີມິນ ແມ່ນສ້າງສາປະເທດ ຫວຽດນາມ “ໃຫຍ່ໂຕໂອຖົງກ່ວາ, ສວຍງາມກ່ວາ”, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຕ້ອງຮ່ວມແຮງຮ່ວມໃຈ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນ, ສຸມໃສ່ປະຕິບັດບັນດາໜ້າທີ່ຈຸດສຸມໃນການພັດທະນາເສດຖະກິດ - ສັງຄົມໃຫ້ເປັນຢ່າງດີ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຫວຽດນາມ ຄວນເສີມຂະຫຍາຍມູນເຊື້ອຮັກຊາດ, ມານະພະຍາຍາມຜ່ານຜ່າຈາກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປຸກລຸກກຳລັງແຮງອັນໃຫຍ່ຫຼວງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ສູ້ຊົນສ້າງປະເທດ ຫວຽດນາມ ສັງຄົມນິຍົມ ໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ