ບົດບາດຂອງສຳນັກບັນຊາການໃຫຍ່ໃນການບຸກໂຈມຕີຂະ​​ໜາດ​ໃຫຍ່ ລະດູບານໃໝ່ປີ 1975

ບົດບາດຂອງສຳນັກບັນຊາການໃຫຍ່ໃນການບຸກໂຈມຕີຂະ​​ໜາດ​ໃຫຍ່ ລະດູບານໃໝ່ປີ 1975 - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ບົດບາດ​ຂອງ​ສຳ​ນັກ​ບັນ​ຊາ​​ການໃຫຍ່​ໃນ​ການ​ບຸກ​ໂຈມ​ຕີ​ ແລະ ລຸກ​ຮື້​ຂຶ້ນຂະ​ໜາດ​ໃຫຍ່ຍາມ​ລະ​ດູ​ບານ​ໃໝ່​ປີ 1975 ”


(vovworld)- ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ບົດບາດ​ຂອງ​ສຳ​ນັກ​ບັນ​ຊາ​​ການໃຫຍ່​ໃນ​ການ​ບຸກ​ໂຈມ​ຕີ​ ແລະ ລຸກ​ຮື້​ຂຶ້ນຂະ​ໜາດ​ໃຫຍ່ຍາມ​ລະ​ດູ​ບານ​ໃໝ່​ປີ 1975 ” ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັ​ນ​ທີ 14/4 ຢູ່​ຮ່າ​ໂນ້ຍ. ທີ່ ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ເລ​ຮົ່ງ​ເຊີນ ໃຫ້​ຮູ້​ວ​່າ : ສຳ​ນັກ​ບັນ​ຊາ​​ການໃຫຍ່ໃນ​ກຳ​ແພງ​ເກົ່າ​ຮ່າ​ໂນ້ຍ ແມ​່ນ​ບ່ອນ​ເຮັດ​ວຽກ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ກົມ​ບັນ​ຊາ​ການ​ໃຫຍ່ ແລະ ບັນ​ດາ​ສຳ​ນັກ​ງານ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ນີ້​ແມ່ນ​ສູນ​ກາງບັ​ນ​ຊາ, ແມ່ນ​ບ່ອນ​ອອກ​ຂໍ້​ຕົກ​ລົງ, ແຜນ​ການ​ຍຸດ​ທະ​ສາດ, ຄຳ​ສັ່ງ​ທີ່​ສຳ​ຄັນ​ໃນ​ການ​ຕໍ່​ຕ້ານ​ໆ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດ. ຢູ່​ບ່ອນນີ້, ໄດ້​ອອກ​ຄຳ​ຕັດ​ສິນເປີດ​ການ​ບຸກ​ໂຈມ​ຕີ​ ແລະ ລຸກ​ຮື້​ຂຶ້ນຂະ​ໜາດ​ໃຫຍ່ຍາມ​ລະ​ດູ​ບານ​ໃໝ່​ປີ 1975, ກ້າວ​ໄປ​ເຖິງ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ.

    ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​, ບ​ັນ​ດາ​ຜູ້​ແທນ​ໄດ້​ຍົກ​ອອກ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ການ​ອະ​ນຸ​ລັກ, ປະ​ຕິ​ສັງ​ຂອນ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຕິ​ວັດ - ການ​ຕໍ່​ຕ້ານ​ຢູ່​ເຂດ​ໃຈ​ກາງ​ພະ​ລາດ​ຊະ​ວັງ​ທັງ​ລອງ.

 

ຂ່າວ/ບົດ​ອື່ນ