ບັນດາກຸ່ມຢູ່ປາແລດສະຕິນປະກາດບັນລຸໄດ້ຂໍ້ຕົກລົງຢຸດຍິງກັບອິດສະຣາແອນ

(VOVWORLD) -ວັນທີ 14 ກໍລະກົດ, ບັນດາກຸ່ມຢູ່ປາແລດສະຕິນ ໃຫ້ຮູ້ວ່າ, ເຂົາເຈົ້າບັນລຸໄດ້ຂໍ້ຕົກລົງຢຸດຍິງກັບອິດສະຣາແອນ ໃນສະພາບການໃຊ້ຄວາມຮຸນແຮງປິນຂັ້ນໄດ ພາຍຫຼັງທີ່ມີລູກສອນໄພ 200 ລູກໄດ້ຍິງຈາກເຂດກາຊາ ເລັ່ງໃສ່ຜືນແຜ່ນດິນຂອງອິດສະຣາແອນ ແລະ ກອງທັບອິດສະຣາແອນ ໄດ້ບຸກໂຈມຕີໂຕ້ຕອບໃສ່ນັບສີບເປົ້າໝາຍຢູ່ເຂດກາຊາ.
ບັນດາກຸ່ມຢູ່ປາແລດສະຕິນປະກາດບັນລຸໄດ້ຂໍ້ຕົກລົງຢຸດຍິງກັບອິດສະຣາແອນ - ảnh 1 (ພາບປະກອບ: THX/TTXVN)

ໃນແຈ້ງການ, ທ່ານ Fawzi Barhoum, ໂຄສົກຂອງຂະບວນການ Hamas ໃຫ້ຮູ້ວ່າ, ຄວາມມານະພະຍາຍາມຈາກຫຼາຍຝ່າຍໄດ້ຮັບການຜັນຂະຫຍາຍນັບແຕ່ຄວາມເຄັ່ງຕຶງຖືກປິນຂັ້ນໄດ ແລະ ອິດສະຣາແອນ ບຸກໂຈມຕີທາງອາກາດແນໃສ່ເຂດກາຊາ. ແຈ້ງການຍັງໃຫ້ຮູ້ຕື່ມອີກວ່າ, ຂໍ້ຕົກລົງຢຸດຍິງທີ່ບັນລຸໄດ້ແມ່ນຍ້ອນການໜູນຊ່ວຍຈາກອີຢິບ ແນໃສ່ຟື້ນຟູສະຖຽນລະພາບ ແລະ ຢຸດຕິຄວາມເຄັ່ງຕຶງ.

        ສ່ວນໃນແຈ້ງການອື່ນ, ກຸ່ມອິດສະລາມ Jihad ຂອງປາແລດສະຕິນ ກໍ່ໃຫ້ຮູ້ວ່າ, ບັນດາຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງ. ເຖິງຢ່າງໃດກໍ່ຈຕາມ, ໂຄສົກຂອງຫ້ອງວ່າການນາຍົກລັດຖະມົນຕີອິດສະຣາແອນ ຍັງບໍ່ທັນຍົກອອກຄຳວິຈານເປັນທາງການໃດໆເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ