ບັນດາກອງປະຊຸມສໍາມະນາ, ການໂອ້ລົມສົນທະນາຕາມຫົວເລື່ອງ ໃນຂອບເຂດ ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ ປີ 2019

(VOVWORLD) -ເວທີປາໄສເສດຖະກິດເອກະຊົນ ຫວຽດນາມ ປີ 2019 ໄດ້ດໍາເນີນບັນດາກອງປະຊຸມສໍາມະນາ, ການໂອ້ລົມສົນທະນາ ກ່ຽວກັບ 6 ຫົວເລື່ອງຕົ້ນຕໍ.

ຕອນເຊົ້າວັນທີ 02 ພຶດສະພາ, ເວທີປາໄສເສດຖະກິດເອກະຊົນ ຫວຽດນາມ ປີ 2019 ໂດຍລັດຖະບານຫວຽດນາມ ແລະ ຄະນະເສດຖະກິດສູນກາງ ເປັນເຈົ້າພາບຮ່ວມຈັດຕັ້ງ ໄດ້ດໍາເນີນບັນດາກອງປະຊຸມສໍາມະນາ, ການໂອ້ລົມສົນທະນາ ກ່ຽວກັບ 6 ຫົວເລື່ອງຕົ້ນຕໍ ລວມມີ: ການທ່ອງທ່ຽວ, ເສດຖະກິດດີຈີຕອນ,  ສັນຍາ CPTPP, ທຶນ - ການເງິນ, ກະສິກໍາ, ການເລີ່ມຕົ້ນທຸລະກິດ. ນະທີ່ນີ້, ບັນດາບັນຫາເສດຖະກິດມະຫາພາກ ໄດ້ນໍາມາໄຈ້ແຍກ, ປຶກສາຫາລື ພ້ອມກັນສົນທະນາ, ຫາລືກ່ຽວກັບນະໂຍບາຍພາກລັດ - ພາກເອກະຊົນ ຢ່າງເປີດອົກເປີດໃຈ ລະຫວ່າງ ຜູ້ຕາງໜ້າລັດຖະບານ ແລະ ພາກເອກະຊົນ.

ບັນດາກອງປະຊຸມສໍາມະນາ, ການໂອ້ລົມສົນທະນາຕາມຫົວເລື່ອງ ໃນຂອບເຂດ ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ ປີ 2019 - ảnh 1 ເວທີປາໄສໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດນັບພັນແຫ່ງ (ພາບ: kinhtedothi.vn)

        ທີ່ກອງປະຊຸມສໍາມະນາ ກ່ຽວກັບກະສິກໍາ ດ້ວຍຫົວຂໍ້ວ່າ “ສ້າງຕັ້ງ ແລະ ພັດທະນາແບບຍືນຍົງ ບັນດາລະບົບມູນຄ່າຜະລິດຕະພັນກະສິກໍາ, ເຄື່ອງປ່າຂອງດົງ, ສິນໃນນໍ້າ ເຊື່ອມໂຍງເຂົ້າກັບສາກົນ”, ບັນດາຜູ້ແທນໄດ້ປຶກສາຫາລື ກ່ຽວກັບບັນດາມາດຕະການສ້າງຕັ້ງ ແລະ ຫັນລະບົບມູນຄ່າຜະລິດຕະພັນກະສິກໍາ, ເຄື່ອງປ່າຂອງດົງ, ສິນໃນນໍ້າບັນລຸມາດຕະຖານ. ໃນຂະນະນັ້ນ, ທີ່ກອງປະຊຸມສໍາມະນາ ດ້ວຍຫົວຂໍ້ວ່າ “ສ້າງລະບອບລະບຽບການ ແລະ ບັນດາພື້ນຖານພັດທະນາເສດຖະກິດດີຈີຕອນ ຢູ່ຫວຽດນາມ ໃຫ້ສົມບູນແບບ” ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາພັດທະນາພື້ນຖານເສດຖະກິດດີຈີຕອນ ຫວຽດນາມຄື ສ້າງຕັ້ງເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາເສດຖະດິດດີຈີຕອນ; ສ້າງ ແລະ ພັດທະນາປະຕູຖານຂໍ້ມູນ ເປີດຢູ່ຫວຽດນາມ; ມາດຕະການ, ຊຸກຍູ້ການພັດທະນາລະບົບຊີວະດີຈີຕອນ...

        ບັນດາກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການໃຫ້ແກ່ວິສາຫະກິດ ຫວຽດນາມ ຍາດແຍ່ງ ແລະ ກ້າວກະໂດດຂັ້ນຈະໄດ້ຍົກອອກຢ່າງລະອຽດໃນ ວາລະປຶກສາຫາລືຕ່າງຫາກກ່ຽວກັບ ສັນຍາ CPTPP ແລະ ບັນດາຄໍາຖາມທີ່ປິ່ນອ້ອມເລື່ອງແກ້ໄຂຂໍ້ຕິດຂັດໃຫ້ແກ່ບັນດາຮູບແບບເລີ່ມຕົ້ນທຸລະກິດໃໝ່ ຈະຖືກບັນດາວິສາຫະກິດນໍາມາແລກປ່ຽນຢູ່ວາລະປຶກສາຫາລື ທີ່ມີຫົວຂໍ້ “ບັນດາຮູບແບບດໍາເນີນທຸລະກິດໃໝ່ ແລະ ເລີ່ມຕົ້ນທຸລະກິດຢ່າງມີຫົວຄິດປະດິດສ້າງຢູ່ຫວຽດນາມ: ຂໍ້ຕິດຂັດ ແລະ ບັນດາຂໍ້ສະເໜີແນະ”. ສ່ວນທີ່ວາລະປຶກສາຫາລືກ່ຽວກັບຂະແໜງການທ່່ອງທ່ຽວ, ບັນຫາບັນຫາຮ້ອນເຮັ່ງຂອງຂະແໜງການດັ່ງກ່າວໃນຊຸມປີຜ່ານມາ ຈະໄດ້ຮັບການປຶກສາຫາລື ຈາກບັນດາຝ່າຍ ແລະ ຊອກຫາຍຸດທະສາດ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວ, ຍົກອັນດັບໃນຕາລາງຈັດອັນດັບຂອງຫວຽດນາມ ຮອດປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ