ບັນດາການນຳ G7 ມີທັດສະນະເຊັ່ນດຽວກັນກ່ຽວກັບບັນຫານິວເຄຼຍ ອີຣານ, ຄວາມບໍ່ລົງລອຍກັນກ່ຽວກັບ ລັດເຊຍ

(VOVWORLD) - ວັນທີ 24 ສິງຫາ, ບັນດາການນຳກຸ່ມ 7 ປະເທດ ອຸດສາຫະກຳພັດທະນາທີ່ສຸດໂລກ (G7) ໄດ້ແບ່ງປັນທັດສະນະລວມວ່າ ອີຣານ ບໍ່ຄວນກຳມະສິດອາວຸດນິວເຄຼຍ, ເຖິງຢ່າງໃດກໍ່ຕາມ ຍັງມີຄວາມບໍ່ລົງລອຍກັນໃນວິທີການສຳຜັດ ເພື່ອຊອກຫາມາດຕະການແກ້ໄຂບັນຫານີ້.

ກ່ຽວກັບບັນຫາ ອີຣານ, ບັນດາການນຳ G7 ພວມມີຄວາມວິຕົກກັງວົນຕໍ່ຍຸດທະສາດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ປ່ຽນແປງບັນດາຂໍ້ຕົກລົງສາກົນ ເພື່ອຮັບໃຊ້ໃຫ້ແກ່ບັນດາຜົນປະໂຫຍດຂອງ ອາເມລິກາ ກ່ອນອື່ນໝົດ, ເປັນຕົ້ນແມ່ນເລື່ອງທ່ານ Donald Trump ຖອນ ອາເມລິກາ ອອກຈາກຂໍ້ຕົກລົງນິວເຄຼຍ ອີຣານ ທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານປີ 2015, ເຮັດໃຫ້ຄວາມເຄັ່ງຕຶງຢູ່ຕາເວັນອອກກາງເພີ່ມຂຶ້ນ.

ບັນດາການນຳ G7 ມີທັດສະນະເຊັ່ນດຽວກັນກ່ຽວກັບບັນຫານິວເຄຼຍ ອີຣານ, ຄວາມບໍ່ລົງລອຍກັນກ່ຽວກັບ ລັດເຊຍ - ảnh 1ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ G7 (ພາບ: Al Jazeera)

        ເມື່ອປຶກສາຫາລືກ່ຽວກັບເລື່ອງ ລັດເຊຍ ເຂົ້າຮ່ວມກຸ່ມ G7 ຄືນໃໝ່, ເຖິງວ່າທ່ານປະທານາທິບໍດີ ອາເມລິກາ Donald Trump ກະຕຸກຊຸກຍູ້ G7 ຮັບ ລັດເຊຍ ເປັນສະມາຊິກ, ແຕ່ບັນດາສະມາຊິກອື່ນຍັງຄັດຄ້ານຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ