ບັນດາການນຳລັດຖະບານ,ສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຮ່າໂນ້ຍ

ບັນດາການນຳລັດຖະບານ,ສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຮ່າໂນ້ຍ - ảnh 1
(ບັນດາການນຳລັດຖະບານ,ສະພາແຫ່ງຊາດ
ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຮ່າໂນ້ຍ)

(vovworld) – ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​​ໂຮມ​ເອກະ​ພາບ​ຫວຽດນາມ (18/11/1930 – 18/11/2015), ວັນ​ທີ 16/11, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈຸ​ລິວ ​ໄດ້​ເຊົ້າ​ຮ່ວມ​ວັນ​ບຸນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ ກັບ​ປະຊາຊົນ​ຕາ​ແສງ ດ້ຽນບຽນ, ​ເມືອງ​ບາ​ດິ່ງ, ນະຄອນຫຼວງ​ຮ່າ​ໂນ້ຍ. ພາຍຫຼັງ 20 ປີ​ແຫ່ງ​ການ​ປະຕິ​ບັດ​ຂະ​ບວນການ “ທົ່ວ​ປວງ​ຊົນສາມັກ​ຄີ​ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ”, ຊີວິດ​ທາງດ​້ານວັດຖຸ ​ແລະ ຈິດ​ໃຂຂອງ​ປະຊາຊົນ​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ, ຄວາມ​ສະຫງົບ​ປອດ​ໄພຄວາມ​ເປັນ​ລະບຽບຮຽບຮ້ອຍ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ, ພໍ່​​ແມ່​ປະຊາຊົນຢູ່​ເຂດ​ສຸມ​ຊົນ​ມີ​ຄວາມ​ຕ​ິດພັນ, ສາມັກຄີ​ນຳກັນ, ອູ້ມຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ. ​ເມື່ອ​ໂອ້​ລົ​ມກັບ​ພໍ່​​ແມ່​ປະຊາຊົນ, ທ່າ​ນຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ, ​ເຖິງ​ວ່າ​ທີຊື່​ເອີ້​ນ​ແຕກ​ຕ່າງ​ກັນ​ກໍ​ຕາມ, ​ແຕ່​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ກໍ​ຄື​ໃນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທ​ດຊາດ, ​​ຍາມ​ໃດແນວ​ໂຮມ ກໍ​ມີ​ບົດບາດ​ສຳ​ຄັນ, ສາມັກຄີ​ປະຊາຊົນ​ນຳ​ກັນ​ເພື່ອ​ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ນະ​ໂຍບາຍກົດໝາຍ​ຂອງ​ລັດ.

ຂ່າວ/ບົດ​ອື່ນ