ບັນດາການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ

(VOVWORLD) - ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ກຽມພ້ອມທີ່ຈະເຂົ້າຮ່ວມບັນດາການເຄື່ອນໄຫວໂດຍສະຫະພັນ ລັດເຊຍ ຈັດຕັ້ງ; ພ້ອມທັງປາດຖະໜາວ່າ ສະຫະພັນ ລັດເຊຍ ສືບຕໍ່ສະໜັບສະໜູນ ແລະ ສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນປີ APEC 2017.
ບັນດາການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ - ảnh 1 ທ່ານນາງ ຫງວຽນທິກີມເງິນ ໄດ້ພົບປະເຈລະຈາກັບທ່ານນາງ Valentina Ivanovna Matviyenko

ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 137 (IPU - 137), ຕອນບ່າຍວັນທີ 15 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະເຈລະຈາກັບທ່ານນາງປະທານສະພາສະຫະພັນ ລັດເຊຍ Valentina Ivanovna Matviyenko. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ພວມພັດທະນາຢ່າງດີງາມ. 2 ຝ່າຍຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນການນຳຂັ້ນສູງຢ່າງເປັນປະຈຳ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ກຽມພ້ອມທີ່ຈະເຂົ້າຮ່ວມບັນດາການເຄື່ອນໄຫວໂດຍສະຫະພັນ ລັດເຊຍ ຈັດຕັ້ງ; ພ້ອມທັງປາດຖະໜາວ່າ ສະຫະພັນ ລັດເຊຍ ສືບຕໍ່ສະໜັບສະໜູນ ແລະ ສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນປີ APEC 2017.

        ທີ່ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ຈີນ ຈ໋າງຜິ໋ງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ເນັ້ນໜັກວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ພັກ, ລັດ ຈີນ, ຖືນີ້ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.

ບັນດາການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ - ảnh 2 ທ່ານນາງ ຫງວຽນທິກີມເງິນ ແລະ ທ່ານ ຈ໋າງຜິ໋ງ

        ແລະກໍ່ໃນວັນດຽວກັນ, ໃນຂອບເຂດເວທີປາໄສສະຫະພັນລັດຖະສະພາສາກົນ IPU 137 ຈັດຕັ້ງຢູ່ Sankt Peterburg ສະຫະພັນ ລັດເຊຍ, ຕອນບ່າຍວັນທີ 15 ຕຸລາ ທີ່ວາລະປຶກສາຫາລືຄົບຄະນະ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ມີບົດກ່າວປາໄສສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ