ບັນດາການເຄື່ອນໄຫວຕ້ອນຮັບປີໃໝ່ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ ຫວຽດນາມ

(VOVWORLD) - ຢູ່ນະຄອນ ໂຮ່ຈີມິນ, ທີ່ເຂດທ່ອງທ່ຽວວັດທະນະທຳ ຊ໋ວຍຕຽນ (ເມືອງ 9) ດ້ວຍກິດຈະກຳລະຫຼິນບັນເທິງທີ່ອຸດົມສົມບູນກ່ວາ 150 ແຫ່ງ ຈະຕ້ອນຮັບແຂກທ່ອງທ່ຽວໃນທຸກເກນອາຍຸ ໃນໂອກາດປີໃໝ່ 2018.
ບັນດາການເຄື່ອນໄຫວຕ້ອນຮັບປີໃໝ່ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ ຫວຽດນາມ - ảnh 1 ປະຊາຊົນໄດ້ເຕົ້າໂຮມຢູ່ບັນດາເຂດລະຫຼິ້ນບັນເທິງ

ວັນທີ 31 ທັນວາ, ບັນດາສະຖານທີ່ລະຫຼິ້ນບັນເທິງ ແລະ ບັນດາສູນການຄ້າໃຫຍ່ຢູ່ຮ່າໂນ້ຍ ແມ່ນບັນດາສະຖານທີ່ດຶງດູດປະຊາຊົນມາເຕົ້າໂຮມກັນເພື່ອຕ້ອນຮັບປີໃໝ່ສາກົນ.     ເນື່ອງໃນໂອກາດນີ້, ແຂກທ່ອງທ່ຽວສາກົນໄດ້ມາ ຮ້າລອງ ດ້ວຍຄວາມຫວັງໄດ້ເຂົ້າຮ່ວມພິທີຕ້ອນຮັບປີໃໝ່ໃນບັນຍາກາດທີ່ຟົດຟື້ນມ່ວນຊື່ນຢູ່ນະຄອນແຄມອ່າວ ມໍລະດົກ ທີ່ສວຍງາມ. ທ່ານ Desmond Moldenhauer, ຊາວ ອາຟຣີກາ ໃຕ້ ແບ່ງປັນວ່າ:

        “ຂ້າພະເຈົ້າມານີ້ທ່ອງທ່ຽວເປັນເວລາ 2 ອາທິດ. ຂ້າພະເຈົ້າພູມໃຈລໍຄອຍເບິ່ງວ່າຊາວ ຫວຽດນາມ ຈະຈັດຕັ້ງການຕ້ອນຮັບປີໃໝ່ຄືແນວໃດ. ຂ້າພະເຈົ້າຮູ້ສຶກປະທັບໃຈ ຕໍ່ສິ່ງໃດສິ່ງໜຶ່ງທີ່ໃໝ່ອ່ຽມ. ປີໃໝ່ຢູ່ ອາຟຣີກາ ໃຕ້, ພວກຂ້າພະເຈົ້າກໍ່ໄດ້ເຕົ້າໂຮມກັບຄອບຄົວ, ພົບປະກັບເພື່ອນມິດ. ແລະ ພ້ອມກັນຮ້ອງໂຮຄຳ ອວຍພອນປີໃໝ່.”

        ຢູ່ນະຄອນ ໂຮ່ຈີມິນ, ທີ່ເຂດທ່ອງທ່ຽວວັດທະນະທຳ ຊ໋ວຍຕຽນ (ເມືອງ 9) ດ້ວຍກິດຈະກຳລະຫຼິນບັນເທິງທີ່ອຸດົມສົມບູນກ່ວາ 150 ແຫ່ງ ຈະຕ້ອນຮັບແຂກທ່ອງທ່ຽວໃນທຸກເກນອາຍຸ ໃນໂອກາດປີໃໝ່ 2018.

        ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຢູ່ບາງສະຖານທີ່ໃນນະຄອນ ໂຮ່ຈີມິນ ໄດ້ດຳເນີນການຍິງບັ້ງໄຟດອກເພື່ອຕ້ອນຮັບປີໃໝ່ 2018.

        ຢູ່ນະຄອນ ດ່ານັ້ງ, ບັນດາເຂດທ່ອງທ່ຽວ ໄດ້ດຶງດູດແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນເຂົ້າຮ່ວມ, ລະຫຼິ້ນບັນເທິງ. ຈຳນວນແຂກໄປຢ້ຽມຊົມ, ທ່ອງທ່ຽວຢູ່ນະຄອນ ທະເລ ດ່ານັ້ງ ຄາດວ່າແມ່ນກ່ວາ 140.000 ເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ຫງວຽນວັນຮູ່ງ, ປະທານສະພາບໍລິຫານບໍລິສັດທ່ອງທ່ຽວ ກິ່ຫງີດ່ານັ້ງ, ໃຫ້ຮູ້ວ່າ:

        “ນັບແຕ່ພາຍຫຼັງເຫດການ APEC 2017, ຈຳນວນແຂກທ່ອງທ່ຽວມາ ດ່ານັ້ງ ເພີ່ມຂຶ້ນຫຼາຍ. ພ້ອມກັນນັ້ນ, ຂະແໜງທ່ອງທ່ຽວດ່ານັ້ງ ແລະ ບັນດາວິສາຫະກິດທ່ອງທ່ຽວຂອງພວກຂ້າພະເຈົ້າ ໄດ້ສົມທົບກັນສ້າງທຸກເງື່ອນໄຂຮັບໃຊ້ແຂກທ່ອງທ່ຽວໃຫ້ມີຄວາມເພິ່ງພໍໃຈເມື່ອມາ ດ່ານັ້ງ.”

ຕອບກັບ

ຂ່າວ/ບົດ​ອື່ນ