ບັນດາການເຄື່ອນໄຫວຟົດຟື້ນທີ່ Festival ຊາສາກົນໄທງວຽນ

ບັນດາການເຄື່ອນໄຫວຟົດຟື້ນທີ່ Festival ຊາສາກົນໄທງວຽນ - ảnh 1
ພາບປະກອບ
(ພາບ:Minh Hải/TTXVN)

(vovworld) – Festival ຊາ​ສາກົນ​ໄທ​ງວຽນ - ຫວຽດນາມ ຄັ້ງ​ທີ 2 ປີ 2013 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 9/11, ຢູ່​ນະຄອນ ​ໄທ​ງວຽນ. ນີ້​ແມ່ນ​ໂອກາດ​ເຊີດ​ຊູ​ວັດທະນະທຳ ຊາ, ​ເຄື່ອງ​ໝາຍ​ການ​ຄ້າຊາ ຫວຽດນາມ, ຢັ້ງຢືນ​ຊື່​ສຽງ​ຂອງ​ຊາ​ໄທ​ງວຽນ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 8/11, ​ໄດ້ຈັດ​ຕັ້ງການ​ເຄື່ອນ​ໄຫວ​ຕົ້ນ​ຕໍ່ຕ່າງໆ​ໃນ​ຂອບ​ເຂດ Festival ຊາ​ສາກົນ​ໄທ​ງວຽນ: ລາຍການ Canaval ຊາ ​ໄທ​ງວຽນ, ການ​ພົບ​ປະ​ແລກປ່ຽນ​ມີ​ຫົວ​ຂໍ້​ວ່າ: ຊາ ຫວຽດນາມ - ອະ​ດີດຕະການ - ປະຈຸ​ບັນ ​ແລະ ທ່າ​ອ່ຽງພັດທະນາ​ໃນ​ອະນາຄົດ”, ງານ​ບຸນ​ວັດທະນະທຳ ຊາ ​ແລະ ​ເປີດ​ສະຫຼອງ “​ເສັ້ນທາງ​ຊາ​ຫວຽດນາມ”, ງານ​ວາງສະ​ແດງ​ຮູບ​ພາບ​ສິລະ​ປະ​ດ້ວຍ​ຫົວ​ຂໍ້ “ປະ​ເທດ​ຊາດ, ຊາວ ​ແລະ ຊາ ​ໄທ​ງວຽນ”

ຂ່າວ/ບົດ​ອື່ນ