ບັນດາການເຄື່ອນໄຫວຟົດຟື້ນມ່ວນຊື່ນເພື່ອສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

(VOVWORLD) - ແນວຄິດກໍ່ສ້າງພັກ ກ່ຽວກັບຄຸນສົມບັດຂອງປະທານໂຮ່ຈີມິນ ຍັງຮັກສາໄດ້ລັກສະນະສະຖານະການໄວ້ເໝືອເດີມ, ມີຄວາມໝາຍເລິກເຊິ່ງໃນການກໍ່ສ້າງພັກໃນປະຈຸບັນ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ວັນທີ 16 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖາບັນ ໂຮ່ຈີມິນ ແລະ ບັນດາການນຳຂອງພັກ, ໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຄວາມຈິງ ພ້ອມກັບຫໍພິພິທະພັນ ໂຮ່ຈີມິນ ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ “ແນວຄິດກໍ່ສ້າງພັກ ກ່ຽວກັບຄຸນສົມບັດຂອງປະທານໂຮ່ຈີມິນ, ເນື້ອໃນ ແລະ ຄຸນຄ່າ”. ທີ່ກອງປະຊຸມສຳມະນາ, ມີຜູ້ແທນຫຼາຍທ່ານໄດ້ຢັ້ງຢືນວ່າ: ແນວຄິດກໍ່ສ້າງພັກ ກ່ຽວກັບຄຸນສົມບັດຂອງປະທານໂຮ່ຈີມິນ ຍັງຮັກສາໄດ້ລັກສະນະສະຖານະການໄວ້ເໝືອເດີມ, ມີຄວາມໝາຍເລິກເຊິ່ງໃນການກໍ່ສ້າງພັກໃນປະຈຸບັນ.

        ແລະ ກໍ່ໃນວັນທີ 16 ພຶດສະພາ, ພະແນກສາທາລະນະສຸກແຂວງ ເທື່ອທຽນ ເຫ້ວ ໄດ້ສົມທົບກັບສະໂມສອນ ທ່ານໝໍໜຸ່ມແຂວງ ຈັດຕັ້ງລາຍການອາສາສະໝັກກວດ, ປິ່ນປົວພະຍາດ ແລະ ແຈກຢາຍຢຸກຢາບໍ່ເສຍຄ່າໃຫ້ປະຊາຊົນທຸກຍາກ 150 ຄົນນອນໃນເປົ້າໝາຍນະໂຍບາຍ, ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ຕາແສງເຂດໂນນພູ ລົກຮ່ວາ, ເມືອງຟູ໋ລົກ. ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດລາຍການ “ມຸ່ງໄປເຖິງວົງຄະນະຍາດ, ໄວໜຸ່ມປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ” ປີ 2018 ຂອງຄະນະຊາວໜຸ່ມພະແນກສາທາລະນະສຸກ ແຂວງ ເທື່ອທຽນເຫ້ວ, ເພື່ອແນໃສ່ຊ່ວຍເຫຼືອ, ແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນເຂດຫ່າງໄກຊອກຫຼີກ.

ຕອບກັບ

ຂ່າວ/ບົດ​ອື່ນ