ບັນດາການເຄື່ອນໄຫວວັດທະນະທຳ, ງານບຸນຍາມຕົ້ນປີໃໝ່ ປີວອກ


ບັນດາການເຄື່ອນໄຫວວັດທະນະທຳ, ງານບຸນຍາມຕົ້ນປີໃໝ່ ປີວອກ - ảnh 1
ບຸນ​ຊ່ວງ​ເຮືອປະ​ເພ​ນີ ຊຶ່ງ​ໄດ້​ດຶງ​ດູດ​ຊາວ​ທ້ອງ​ຖິ່ນ ແລະ ແຂກ​ທ່ອງ​ທ່ຽວ​ມາ​ຊົມ​ນັບ​ພັນ​ຄົນ

(vovworld)-ຕອນ​ເຊົ້າ​ວັນ​ທີ 11/2, ​ຕາ​ແສງ ຕິ້ງ​ກີ, ນະ​ຄອນ ກວາງ​ງ້າຍ, ໄດ້​ຈັດບຸນ​ຊ່ວງ​ເຮືອປະ​ເພ​ນີ ຊຶ່ງ​ໄດ້​ດຶງ​ດູດ​ຊາວ​ທ້ອງ​ຖິ່ນ ແລະ ແຂກ​ທ່ອງ​ທ່ຽວ​ມາ​ຊົມ​ນັບ​ພັນ​ຄົນ. ສຳ​ລັບບຸນ​ຊ່ວງ​ເຮືອປະ​ເພ​ນີ​ນີ້ ຖືກ​ຈັດ​ຂຶ້ນ 2 ປີ​ຕໍ່​ຄັ້ງ.    ທ່ານ​ຫງວຽນ​ຊີ້ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຕິ້ງ​ກີ, ນະ​ຄອນ ກວາງ​ງ້າຍ ຫົວ​ໜ້າ​ຄະ​ນະຈັດ​ຕັ້ງ​ບຸນ​ຊ່ວງ​ເຮືອປະ​ເພ​ນີໃຫ້​ຮູ້​ວ່າ : 

   “ບຸນ​ຊ່ວງ​ເຮືອປະ​ເພ​ນີຢູ່​ຕາ​ແສງ​ຕິ້ງ​ກີ ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ມາ​ແຕ່​ດົນ​ນານ ຊຶ່ງ​ຕິດ​ພັນ​ກັບ​ວັດ​ທະ​ນະ​ທຳ​ບູ​ຊາ​ກອງ​ກຳ​ລັງ​ຮ່​ວາງ​ຊາ. ພາ​ວະ​ນາ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກໃຫ້​ແກ່​ການ​ລ້ຽງ, ປູກ​ສິນ​ໃນ​ນ້ຳ ແລະ ຫາ​ປາ. ພ​ສວະ​ນາ​ໃຫ້​ທຸກໆ​ຄົນ​ໃນ​ປີ​ໃໝ່​ຍາດ​ໄດ້​ບັນ​ດາ​ໄຊ​ຊະ​ນະ​ໃໝ່ ”

     ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ, ​ຢູ່​ຕາ​ແສງ ຢີ​ເຍິດ, ເມືອງວູ້​ທື, ແຂວງ​ທ້າຍ​ບີງ, ງານ​ບຸນ​ວັດ​ແກວ​ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

ຂ່າວ/ບົດ​ອື່ນ