ບັນ​ດາການ​ເຄື່ອນ​ໄຫວສະ​ເຫຼີມ​ສະຫຼອງ​ການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ ລັດ​ເຊຍ ​ອັນຍິ່ງ​ໃຫຍ່ ຄົບ​ຮອບ 106 ປີ ໄດ້​ຈັດ​ຂຶ້ນ​ຢູ່ ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ທ່ານປະທານພັກຄອມມູນິດ ສະຫະພັນ ລັດເຊຍ G. Ziuganov ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງການນຳ ເລນິນ ຕໍ່ການປະຕິວັດເດືອນຕຸລາ ລັດເຊຍ ອັນຍິ່ງໃຫຍ່; ຢັ້ງຢືນບັນດາຜົນງານອັນຍິ່ງໃຫຍ່ ເຊິ່ງການປະຕິວັດເດືອນຕຸລາ ນຳມາໃຫ້.
ບັນ​ດາການ​ເຄື່ອນ​ໄຫວສະ​ເຫຼີມ​ສະຫຼອງ​ການ​ປະ​ຕິ​ວັດ​ເດືອນ​ຕຸ​ລາ ລັດ​ເຊຍ ​ອັນຍິ່ງ​ໃຫຍ່ ຄົບ​ຮອບ 106 ປີ ໄດ້​ຈັດ​ຂຶ້ນ​ຢູ່ ສະ​ຫະ​ພັນ ລັດ​ເຊຍ - ảnh 1 ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງການປະຕິວັດເດືອນຕຸລາ ອັນຍິ່ງໃຫຍ່ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ ນະຄອນຫຼວງ ມົດສະກູ (ພາບ: VOV)

ວັນທີ 07 ພະຈິກ, ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງການປະຕິວັດເດືອນຕຸລາ ອັນຍິ່ງໃຫຍ່ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໂດຍພາຍໃຕ້ການເປັນປະທານຂອງຄະນະບໍລິຫານງານສູນກາງພັກຄອມມູນິດ ສະຫະພັນ ລັດເຊຍ. ກ່າວຄຳເຫັນທີ່ພິທີ, ທ່ານປະທານພັກຄອມມູນິດ ສະຫະພັນ ລັດເຊຍ G. Ziuganov ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງການນຳ ເລນິນ ຕໍ່ການປະຕິວັດເດືອນຕຸລາ ລັດເຊຍ ອັນຍິ່ງໃຫຍ່; ຢັ້ງຢືນບັນດາຜົນງານອັນຍິ່ງໃຫຍ່ ເຊິ່ງການປະຕິວັດເດືອນຕຸລາ ນຳມາໃຫ້. ທ່ານ G. Ziuganov ເນັ້ນໜັກວ່າ ການປະຕິວັດ ບໍ່ພຽງແຕ່ແມ່ນເຫດການສຳຄັນໃນປະຫວັດສາດຂອງ ລັດເຊຍ ເທົ່ານັ້ນ, ນີ້ຍັງແມ່ນເຫດການທີ່ມີຄວາມໝາຍ ໃນຂອບເຂດທົ່ວໂລກ, ປຸກລະດົມຂະບວນການສັງຄົມນິຍົມຂອງຫຼາຍປະເທດໃນໂລກ.

        ພາຍຫຼັງງານ ໂຮມຊຸມນຸມມິດຕິງ, ບັນດາຜູ້ແທນໄດ້ວາງພວງມາລາ ແລະ ເຂົ້າໄຫວ້ອາໄລການນຳ ເລນິນ ຢູ່ຈັດຕຸລັດແດງ. ກ່ອນໜ້ານັ້ນ, ຜູ້ແທນນັບຮ້ອຍຄົນໄດ້ແຫ່ຂະບວນຈາກສະໜາມຫຼວງປະຕິວັດ ໄປຍັງຈັດຕຸລັດແດງ. ບັນດາກິດຈະກຳດັ່ງກ່າວ ກໍໄດ້ດຳເນີນຢູ່ບາງທ້ອງຖິ່ນຂອງ ລັດເຊຍ ອີກດ້ວຍ.

ດັ້ງເກື່ອງ - ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ