ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນຄອບຄົວຫວຽດນາມ

(VOVWORLD) -ເນື່ອງໃນໂອກາດວັນຄອບຄົວຫວຽດນາມ 28 ມິຖຸນາ, ຕອນຄ່ຳວັນທີ 24/6, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ສົມທົບກັບສະຫະພັນໃຫຍ່ແຮງງານຫວຽດນາມ, ກະຊວງປ້ອງກັນປະເທດ ແລະ ບາງທ້ອງຖິ່ນໄດ້ໄຂ “ວັນບຸນຄອບຄົວຫວຽດນາມ” ປີ 2017
ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນຄອບຄົວຫວຽດນາມ - ảnh 1ພາບປະກອບ 

ດ້ວຍຫົວຂໍ້ : “ ຮັກແພງ ແລະ ແບ່ງປັນ”, ວັນບຸນຄອບຄົວຫວຽດນາມປີ 2017 ດຳເນີນແຕ່ວັນທີ 24 ຫາ 27/6 ດ້ວຍການເຄື່ອນໄຫວຫຼາຍຢ່າງ.  ແລະ ກໍໃນດຽວກັນ, ສະຫະພັນແມ່ຍິງຫວຽດນາມນະຄອນໂຮ່ຈິມິນ ແລະ ສະຫະພັນຊາວໜຸ່ມຫວຽດນາມນະຄອນໂຮ່ຈິມິນ ໄດ້ຈັດ ວັນຄອບຄົວຫວຽດນາມດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ຟົດຟື້ນໃຫ້ແກ່ບັນດາຄອບຄົວ. ຄະນະຈັດຕັ້ງໄດ້ຍ້ອງຍໍຊົມເຊີຍ 100 ຄອບຄົວ ວັດທະນະທຳ, ມີຄວາມຜາສຸກ. ວັນຄອບຄົວຫວຽດນາມ ໃນແຕ່ລະປີໄດ້ກາຍເປັນວັນທີມີຄວາມໝາຍສຳຄັນ, ແມ່ນຄວາມງາມທາງດ້ານວັດທະນະທຳຂອງຊາວຫວຽດນາມ. ໃນຂອບເຂດຂອງວັນບຸນ, ມີ 100 ຄອບຄົວຫວຽດນາມໄດ້ເຂົ້າຮ່ວມງານປະກວດການປຸງແຕ່ງອາຫານດ້ວຍຫົວເລື່ອງ “ ຄາບເຂົ້າຂອງຄອບຄົວ ”. ນີ້ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວໄດ້ພົບປະແລກປ່ຽນບົດຮຽນໃນການສ້າງຄອບຄົວທີ່ຜາສຸກ. ທ່ານ ດັ້ງທິບິກລຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມໃຫ້ຮູ້ວ່າ : 

    “  ດ້ວຍຫົວຂໍ້ຂອງປີ 2017 ແມ່ນ: “ ຮັກແພງ ແລະ ແບ່ງປັນ”, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ສຸມໃສ່ວຽກງານສື່ສານເພື່ອໂຄສະນາໃຫ້ທຸກໆຄົນເຂົ້າໃຈກ່ຽວກັບຄຸນຄ່າຂອງຄອບຄົວ. ໜຶ່ງໃນບັນດາຄວາມເປັນເອກະລັກສະເພາະຂອງວັນບຸນຄອບຄົວຫວຽດນາມປີນີ້, ນັ້ນແມ່ນກະຊວງໄດ້ປຸກລະດົມຂະບວນການ “ ຄາບເຂົ້າຄອບຄົວທີ່ອົບອຸ່ນ” ຊຶ່ງຖືກຈັດຂຶ້ນໃນເວລາ 17-19 ໂມງຂອງວັນທີ 28/6.  ”

ຕອບກັບ

ຂ່າວ/ບົດ​ອື່ນ