ບັນດາກຳລັງອີຣັກ ຍາດໄດ້ໄຊຊະນະຕໍ່ພວກ IS

(VOVWORLD) - ວັນທີ 29 ກັນຍາ, ບັນດາກຳລັງປ້ອງກັນຄວາມສະຫງົບ ອີຣັກ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ໃນວັນທຳອິດຂອງບັ້ນຮົບບຸກໂຈມຕີໄລຍະ 2 ເພື່ອແນໃສ່ຕີໃຫ້ພວກກໍ່ການຮ້າຍລັດອິດສະລາມ (IS) ຢູ່ເຂດ ຕາເວັນຕົກພາກໃຕ້ແຂວງ Kirkuk ຂອງປະເທດນີ້ຖືກປະລາໄຊ.
ບັນດາກຳລັງອີຣັກ ຍາດໄດ້ໄຊຊະນະຕໍ່ພວກ IS - ảnh 1 ພາບປະກອບຈາກ AFP/TTXVN

 ພົນຕີ Shaker Jawdat, ຜູ້ບັນຊາການກຳລັງຕຳຫຼວດສະຫະລັດຂອງ ອີຣັກ (IFP), ໃຫ້ຮູ້ວ່າ: ກອງທັບ ລັດຖະບານພ້ອມກັບກຳລັງໂຕ້ຕອບໂດຍໄວ (RRF) ແລະ ບັນດາທະຫານຂຶ້ນກັບກຳລັງເຄິ່ງທະຫານ al – Hashd al – Shaabi ຍາດໄດ້ສິດຄວບຄຸມບໍລິເວນເນື້ອທີ່ກ້ວາງ 70 ກິໂລຕາແມດຢູ່ທາງທິດຕາເວັນຕົກເທດສະບານ Hawija ພ້ອມທັງປົດປ່ອຍ ໝູ່ບ້ານ ແລະ ເຂດໃກ້ຄຽງໄດ້ 23 ແຫ່ງ. ແລະກໍ່ໃນວັນດຽວກັນ, ທະຫານອາກາດ ອີຣັກ ກໍ່ໄດ້ດັບສູນທະຫານ IS 96 ຄົນ ແລະ ທຳລາຍພາຫະນະ 13 ຢ່າງ ໃນບັ້ນບຸກໂຈມຕີເພື່ອແນໃສ່ບັນດາສະຖານທີ່ຂອງກຸ່ມກໍ່ການຮ້າຍນີ້ຢູ່ເທດສະບານ Hawija.

ຕອບກັບ

ຂ່າວ/ບົດ​ອື່ນ