ບັນດາຄາດໝາຍເສດຖະກິດນະຄອນ ໂຮ່ຈີມິນ ສືບຕໍ່ເຕີບໂຕເປັນປົກກະຕິ

ບັນດາຄາດໝາຍເສດຖະກິດນະຄອນ ໂຮ່ຈີມິນ ສືບຕໍ່ເຕີບໂຕເປັນປົກກະຕິ - ảnh 1
ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ
ນະຄອນ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບປະກອບ)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ວັນ​ທີ 1/8, ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ, ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍຕາມ ແຕ່​ບັນດາ​ຄາດໝາຍ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ​ຍັງ​ຄົງ​ສືບ​ຕໍ່​ເຕີບ​ໂຕ​ເປັນ​ປົກກະຕິ. ​ແຕ່​ນີ້​ຮອດ​ທ້າຍ​ປີ, ນະຄອນ​ສຸມ​ໃສ່​ເສີມ​ຂະຫຍາຍ​ປະຕິບັດ​ບັນ​ດາ​ມາດ​ຕະການ​ຍູ້​ແຮງ​ບັນດາ​ລາຍການ​ຮັກສາ​ລາຄາ​ຕະຫຼາດ, ​ເພື່ອ​ຂຸດ​ຄົ້ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ສິນຄ້າ​ທີ່​ຈຳ​ເປັນ​ຂອງ​ປະຊາຊົນ​ຢ່າງ​ສູງ​ສຸດ, ສະກັດ​ກັ້ນ​ການ​ຂຶ້ນລາຄາ​ບໍ່​ເປັນ​ປົກກະຕິ. ທ່ານ ​ເລ​ຮ່ວາງ​ກວນ ຊີ້​ແຈ້ງວ່າ:

“ຍັງອີກ 4 ​ເດືອນພວກ​ເຮົາ​ສຸມ​ໃສ່​ສ້າ​ງສຳ​ເລັດ​ແຜນການ​ຂອງ​ປີ​ນີ້, ໄລຍະ 4 ​ເດືອນ​ນີ້​ຕ້ອງ​ມາ​ນະພະ​ຍາ​ຍາມ​ຢ່າງ​​ຂ້ຽວຂາດ. ພວກ​ເຮົາ​ເພີ່ມ​ທະວີ​ການ​ແກ້​ໄຂ​ສິນຄ້າ​ຄ້າງ​ສາງ, ປະຕິບັດ​ມະຕິ 08 ຂອງ​ຄະນະ​ພັກ​ນະຄອນ ກ່ຽວ​ກັບ​ແຜນການ​ຂອງ​ປີ 2013 ພ້ອມ​ທັງ​ສຸ​ມ​ໃສ່​ແຜນການ​ປີ 2014.”

    ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຍອດ​ມຸນຄ່າສິນຄ້າ​ຂາຍຍ່ອຍ ​ແລະ ລາຍ​ຮັບ​ຈາກ​ການ​ບໍລິການ​ຂອງ​ນະຄອນ ​ໂຮ່ຈີ​ມິນ ບັນລຸ​ກ່ວາ 340.000 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 11,8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັບ​ຂອງ​ປີ​ກາຍ.

ຂ່າວ/ບົດ​ອື່ນ