ບັນດາທ້ອງຖິ່ນຈັດຕັ້ງການເຄື່ອນໄຫວຫລາຍຢ່າງສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດສະເຫລີມສະຫລອງວັນທີ 27/7

(VOVWORLD) -ວັນທີ 11 ກໍລະກົດ, ເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງ ວັນທະຫາຍເສຍອົງຄະ  ນັກຮົບເສຍສະຫລະຊີວິດເພື່ອຊາດ (27/7/1947- 27/7/2017), ຢູ່ ຫລາຍແຂວງ, ນະຄອນ ໄດ້ດຳເນີນບັນດາການເຄື່ອນໄຫວແທດຈິງ, ມີຄວາມໝາຍ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ທະຫານເຈັບປ່ວຍ, ເສຍອົງຄະ. 
ບັນດາທ້ອງຖິ່ນຈັດຕັ້ງການເຄື່ອນໄຫວຫລາຍຢ່າງສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດສະເຫລີມສະຫລອງວັນທີ 27/7 - ảnh 1 ມອບຂອງຂວັນເນື່ອງໃນໂອກາດສະເຫລີມສະຫລອງວັນທີ 27/7

ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາທະຫາຍເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີທີ່ພວມປິ່ນປົວບຳລຸງສຸຂະພາບຢູ່ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ຢູ່ ລອງເດີດ ເມືອງ ລອງດຽນ ແຂວງ ບ່າເຣ້ຍ ຫວູງເຕົາ. ສ່ວນຢູ່ແຂວງ ທາຍງວຽນ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ 50 ພູດໃຫ້ແກ່ທະຫານເສຍອົງຄະ, ທະຫາຍເຈັບປ່ວຍ, ຄອບຄົວທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫລະຊີວິດ ຢູ່      ສະຫນາມຮົບ ລາວ. ໃນຂະນະນັ້ນ ແຂວງ ກວ໋າງນີງ ໄດ້ມອບຂອງຂວັນ ກວ່າ 18.600 ພູດ ໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ຢູ່ ແຂວງ ກວ໋າງຈີ້, ແຂວງ ດົງນາຍ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດສະເຫລີມສະຫລອງ ວັນທະຫາຍເສຍອົງຄະ  ນັກຮົບເສຍສະຫລະຊີວິດເພື່ອຊາດເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ