ບັນດາທ້ອງຖິ່ນຈັດພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ

(VOVWORLD) -ຄະນະຊາວໜຸ່ມແຂວງນິງບິງ ໄດ້ຍ້ອງຍໍ, ຊົມເຊີຍ ຜູ້ແທນຊາວໜຸ່ມກ້າວໜ້າ  70 ຄົນ ທີ່ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຂະບວນການເຄື່ອນໄຫວຂອງຄະນະຊາວໜຸ່ມ, ຂະບວນການແຂ່ງຂັນຮັກຊາດ.

ວັນທີ 11 ມິຖຸນາ, ແຂວງດ້ຽນບຽນຝູ, ປະເທດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11/6/1948 – 11/06/2018). ເນື່ອງໃນໂອກາດດັ່ງກ່າວ, ແຂວງດ້ຽນບຽນ ໄດ້ຍ້ອງຍໍ, ເຊີດຊູ 180 ແບບຢ່າງກ້າວໜ້າ, ສ່ວນບຸກຄົນທີ່ມີ ຜົນງານດີເດັ່ນ ໃນບັນດາຂະບວນການແຂ່ງຂັນຮັກຊາດ ໃນບໍລິເວນແຂວງ.

ບັນດາທ້ອງຖິ່ນຈັດພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ - ảnh 1 ຄະນະຊາວໜຸ່ມແຂວງນິງບິງ ຍ້ອງຍໍ, ຊົມເຊີຍ ຜູ້ແທນຊາວໜຸ່ມກ້າວໜ້າປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ

(ພາບ: TTXVN)

ແລະກໍໃນວັນດຽວກັນ, ແຂວງເຊີນລາ ກໍໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງ 70 ປີ ແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ ເຊັ່ນດຽວກັນ. ຄະນະກໍາມະການປະຊາຊົນແຂວງເຊີນລາ ໄດ້ມອບໃບຍ້ອງຍໍໃຫ້ແກ່ 31 ໝູ່ຄະນະ ແລະ ຜູ້ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ 26 ຄົນ. ໃນໂອກາດດຽວກັນນີ້, ຄະນະຊາວໜຸ່ມແຂວງນິງບິງ ກໍໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍ ຊາວໜຸ່ມກ້າວໜ້າ ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ປີ 2018. ທີ່ພິທີ, ຄະນະຊາວໜຸ່ມແຂວງນິງບິງ ໄດ້ຍ້ອງຍໍ, ຊົມເຊີຍ ຜູ້ແທນຊາວໜຸ່ມກ້າວໜ້າ  70 ຄົນ ທີ່ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຂະບວນການເຄື່ອນໄຫວຂອງຄະນະຊາວໜຸ່ມ, ຂະບວນການແຂ່ງຂັນຮັກຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ