ບັນດາທ້ອງຖິ່ນຕ້ອງຮັກສາສິ່ງແວດລ້ອມທະເລ,ທ່າແຮງຂອງຫວຽດນາມແລະ4ແຂວງພາກກາງ

(VOVWORLD) - ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ ນະຄອນ ດົງຮ່າ ແຂວງ ກວ໋າງຈີ້, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສະຫລຸບການເຄື່ອນໄຫວຂອງຄະນະຊີ້ນຳກ່ຽວກັບບັນດາມາດຕະການເພື່ອສ້າງຄວາມເປັນປົກກະຕິໃຫ້ຊີວິດການເປັນຢູ່ ແລະ ການຜະລິດດຳເນີນທຸລະກິດຂອງປະຊາຊົນ 4 ແຂວງ ພາກກາງ ຖືກຜົນສະທ້ອນຈາກສິ່ງແວດລ້ອມທະເລນັບແຕ່ເດືອນ ເມສາປີ 2016.

ບັນດາທ້ອງຖິ່ນຕ້ອງຮັກສາສິ່ງແວດລ້ອມທະເລ,ທ່າແຮງຂອງຫວຽດນາມແລະ4ແຂວງພາກກາງ - ảnh 1 ກອງປະຊຸມສະຫລຸບການເຄື່ອນໄຫວຂອງຄະນະຊີ້ນຳກ່ຽວກັບບັນດາມາດຕະການເພື່ອສ້າງຄວາມເປັນປົກກະຕິໃຫ້ຊີວິດການເປັນຢູ່ ແລະ ການຜະລິດດຳເນີນທຸລະກິດຂອງປະຊາຊົນ 4 ແຂວງ ພາກກາງ

(ພາບ: Vu Dung/VOV)

ບົດລາຍງານທີ່ກອງປະຊຸມຊີ້ໃຫ້ເຫັນວ່າ ພາຍຫລັງເຫດກໍ່ມົນລະພິດສິ່ງແວດລ້ອມ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ບາງນະໂຍບາຍຢ່າງຮີບດ່ວນທັນການເພືື່ອຫນູນຊ່ວຍໃຫ້ປະຊາຊົນມີຊີວິດເປັນປົກກະຕິ, ຊີ້ນຳຟື້ນຟູການຜະລິດ, ສິ່ງແວດລ້ອມ. ມາຮອດປະຈຸບັນ ສິ່ງແວດລ້ອມທະເລໄດ້ຮັບການຟື້ນຟູແລ້ວ ແລະ ປະຊາຊົນ ຢູ່ແຄມທະເລ 4 ແຂວງດັ່ງກ່າວ ໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ, ຜູ້ອຸປະໂພກມີຄວາມອຸ່ນອ່ຽນໃຈນຳໃຊ້ສິນທະເລ. ວຽກງານຊົດເຊີຍຄວາມເສຍຫາຍ, ຫນູນຊ່ວຍປະຊາຊົນຖືກຜົນສະທ້ອນເກືອບສຳເລັດ.

ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີວ່າ:

        “ທ້ອງຖິ່ນທັງໝົດຕ້ອງຮັກສາສິ່ງແວດລ້ອມ, ພິເສດ ແມ່ນສິ່ງແວດລ້ອມທະເລ, ແມ່ນທ່າແຮງຂອງຫວຽດນາມ ແລະ 4 ແຂວງພາກກາງ. ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຄວນມີມາດຕະການ ແລະ ສະເຫນີແກ້ໄຂເພື່ອຮັບປະກັນສິ່ງແວດລ້ອມຂອງຫວຽດນາມ ເວົ້າລວມ ແລະ ສິ່ງແວດລ້ອມທະເລເວົ້າສະເພາະໄດ້ຮັບການຮັກສາຍາວນານ.”

 

ຕອບກັບ

ຂ່າວ/ບົດ​ອື່ນ