ບັນດາທ້ອງຖິ່ນຕ້ອນຮັບແຂກທ່ອງທ່ຽວຄົນທຳອິດມາຢ້ຽມຢາມໃນປີໃໝ່ 2020

(VOVWORLD) -ເວລາ 6 ໂມງຂອງວັນທີ 1ມັງກອນປີ 2020, ທ່ານ ອາແລນ ບາຣອນ ຖືສັນຊາດຝະລັ່ງ ໄດ້ຂີ່ເຮືອບິນໝາຍເລກ VN 18 ຂອງບໍລິສັດການບິນ ຫວຽດນາມ ແອລາຍ ຈາກຝະລັ່ງມາຮ່າໂນ້ຍ, ລົງຈອດຢູ່ສະໜາມບິນສາກົນ ໂນ້ຍບາຍ ກາຍເປັນແຂກທ່ອງທ່ຽວຄົນທຳອິດທີ່ໄດ້ມາອວຍພອນຮ່າໂນ້ຍ ໃນໂອກາດປີໃໝ່ 2020
ບັນດາທ້ອງຖິ່ນຕ້ອນຮັບແຂກທ່ອງທ່ຽວຄົນທຳອິດມາຢ້ຽມຢາມໃນປີໃໝ່ 2020 - ảnh 1ຮ່າໂນ້ຍຕ້ອນຮັບແຂກທ່ອງທ່ຽວຄົນທຳອິດມາຢ້ຽມຢາມໃນມື້ທຳອິດຂອງປີໃໝ່ 2020

ໃນຕອນເຊົ້າ ວັນທີ 1 ມັງກອນປີ 2020, ຢູ່ສະໜາມບິນສາກົນ ເຕີນເຊີນເຍິດ, ໄດ້ຈັດພິທີຕ້ອນຮັບຄະນະແຂກທ່ອງທ່ຽວສາກົນ ຄະນະທຳອິດທີ່ໄດ້ມານະຄອນໂຮ່ຈິມິນໃນປີ ໃໝ່ 2020 ໃນຖ້ຽວບິນໝາຍເລກ JLW 079 ຂອງບໍລິສັດການບິນ Japan ແອລາຍ ແລະ ຖ້ຽວບິນ VN2106 ຂອງຫວຽດນາມແອລາຍ ຈາກຝະລັ່ງໄດ້ລົງຈອດໃນພາບດຽວ.

    ຢູ່ນະຄອນ ດານັ້ງ, ຖ້ຽວບິນ QR 996 ຂອງບໍລິສັດການບິນ ກາຕາ ທີ່ບັນທຸກຜູ້ໂດຍສານ 170 ຄົນ ໄດ້ລົງຈອດຢູ່ສະໜາມບິນສາກົນ ດານັ້ງ ໃນເວລາ 6 ໂມງ 55 ນາທີ ໃນຕອນເຊົ້າວັນທີ 1 ມັງກອນ. ນາງ ຟຣານ ແຊດກາ ແຂກທ່ອງທ່ຽວອັງກິດໃຫ້ຮູ້ວ່າ :

  “ ປີນີ້ ຂ້າພະເຈົ້າໄດ້ເລືອກເອົາ ດານັ້ງ ແມ່ນສະຖານທີ່ທ່ອງທ່ຽວໃນມື້ທຳອິດຂອງປີໃໝ່, ເພາະວ່າ ນີ້ແມ່ນສະຖານທີ່ທ່ອງທ່ຽວໃໝ່ຂອງຫວຽດນາມ. ດານັ້ງມີຊື່ສຽງໃນບັນດາ ເວບໄຊ, ສື່ສັງຄົມ ແລະ ຂ້າພະເຈົ້າກໍໄດ້ຮູ້ເຖິງ ໂຮ້ຍອານອີກດ້ວຍ. ເພາະສະນັ້ນ, ໃນການເດີນທາງນີ້, ຂ້າພະເຈົ້າຢາກຢ້ຽມຊົມ ດານັ້ງ, ໂຮ້ຍອານ ເພື່ອຄົ້ນຫາ ວັດທະນະທຳ, ປະເທດຊາດ ແລະ ປະຊາຊົນຢູ່ທີ່ນີ້”

ຕອບກັບ

ຂ່າວ/ບົດ​ອື່ນ