ບັນດາທ້ອງຖິ່ນທາງພາກໃຕ້ ໄດ້ເພີ່ມທະວີບັນດາມາດຕະການປ້ອງກັນສະກັດກັ້ນໂຄວິດ - 19

(VOVWORLD) -ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ - 19,  ໃນຫຼາຍທ້ອງຖິ່ນຢູ່ພາກໃຕ້ ໄດ້ເພີ່ມທະວີແລະເພີ່ມເຕີມບັນດາມາດຕະການດ່ວນເພື່ອປ້ອງກັນຕ້ານໂລກລະບາດ
ບັນດາທ້ອງຖິ່ນທາງພາກໃຕ້ ໄດ້ເພີ່ມທະວີບັນດາມາດຕະການປ້ອງກັນສະກັດກັ້ນໂຄວິດ - 19 - ảnh 1ດ່ານກວດກາລະຫວ່າງຂະແໜງເພື່ອສະກັດກັ້ນໂລກລະບາດ

ວັນທີ 24 ກໍລະກົດ ຢູ່ນະຄອນໂຮ່ຈີມິນເຊິ່ງແມ່ນໃຈກາງແຜ່ເຊື້ອພະຍາດໃຫຍ່ກວ່າໝູ່ໃນປະເທດ, ທາງນະຄອນໄດ້ອອກເອກະສານສະເໜີບັນດາເມືອງ, ນະຄອນຖູດຶກ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງເພີ່ມທະວີການຄວມຄຸມປະຕິບັດການແຍກຕົວຢ່າງເຖິງຖອງພ້ອມທັງສ້າງຕັ້ງໜ່ວຍງານຄຸ້ມຄອງ ຢູ່ບັນດາເຂດຈຳກັດບໍລິເວນ ໃນນັ້ນມີການເຂົ້າຮ່ວມຂອງກຳລັງຕຳຫຼວດ ທະຫານ ຊາວໜຸ່ຕະລຸມບອນ ບັນດາອົງການຈັດຕັ້ງມະຫາຊົນ ແລະ ເປັນຕົ້ນແມ່ນໜ່ວຍງານຕິດຕາມກວດກາ ແລະ ໂຄສະນາການປ້ອງກັນສະກັດກັ້ນໂຄວິດ - 19 ຢູ່ຊຸມຊົນ.

     ໃນວັນດຽວກັນ ຄະນະກຳມະການປະຊາຊົນນະຄອນເກິ່ນເທີກໍ່ໄດ້ປະກາດໃຊ້ຈົດໝາຍທາງການກ່ຽວກັບການປະຕິບັດ ການແຈ້ງອາການສຸຂະພາບແບບບັງຄັບ. ຕາມນັ້ນແລ້ວ, ປະຊາຊົນຕ້ອງປະຕິບັດ ການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ, ບໍ່ອອກຈາກເຮືອນເມື່ອບໍ່ຈຳເປັນ ປະຕິບັດຕາມສານສະກັດກັ້ນໂລກລະບາດຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ ພິເສດແມ່ນການປະຕິບັດການແຈ້ງອາການສຸຂະພາບປະຈຳວັນແບບບັງຄັບຜ່ານ ປໂຣແກມ ແຈ້ງສຸຂະພາບເອເລັກໂຕນິກ.

      ສ່ວນຢູ່ແຂວງດົ່ງທາບ ທະຫານເຂດ 9 ໄດ້ເລີ່ມປະຕິບັດການສີດຢາຂ້າເຊື້ອ  ຢູ່ 5 ທ້ອງຖິ່ນຄື ນະຄອນຊາແດັກ ເມືອງເຈົາແທັງ ເມືອງລາຍວຸງ ເມືອງກາວແຫຼ໊ງ ແລະ ນະຄອນກາວແຫຼ໊ງ ແນໃສ່ທຳຄວາມສະອາດສິ່ງແວດລ້ອມແລະສະກັດກັ້ນການແຜ່ລະບາດຂອງເຊື້ອໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ