ບັນດາທ້ອງຖິ່ນສະຫລຸບ 10 ປີ ແຫ່ງວັນປະຕິບັດຂໍ້ກຳນົດເຂດຊາຍແດນບົນທະເລ

ບັນດາທ້ອງຖິ່ນສະຫລຸບ 10 ປີ ແຫ່ງວັນປະຕິບັດຂໍ້ກຳນົດເຂດຊາຍແດນບົນທະເລ - ảnh 1
ພາບປະກອບ: internet



(vovworld) - ວັນ​ທີ 12/12 ຢູ່ ນະຄອນ​ແທງ​ຮວາ ​ແລະ ບ່າ​ເຣ້ຍ ຫວູ​ງ​ເຕົາ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ 10 ປີ ​ແຫ່​ງການ​ປະຕິບັດ​ດຳລັດ​ກ່ຽວ​ກັບ​ຂໍ້​ກຳນົດ​ເຂດ​ຊາຍ​ແດນ ທະ​ເລ ​ແລະ ຜັນ​ຂະຫຍາຍ​ແຜນ​ຮ່າງ​ປ້ອງ​ກັນ​ຄວາມ​ສະຫງົບ​ທາງທະ​ເລ ​ໄລຍະ 2012 - 2015. ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ທ້ອງ​ຖິ່ນ​ດັ່ງກ່າວ​ແລ້ວ, ​ໃນ 10 ປີ ​ແຫ່ງ​ການ​ປະຕິບັດ, ຂໍ້​ກຳນົດ​ເຂດ​ຊາຍ​ແດນ​ທະ​ເລ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ, ການ​ນຳ, ອຳ​ນາດ​ກ ານ​ປົກຄອງ, ໝູ່​ມະຫາຊົນ ​ແລະ ສະຕິ​ຄວາມ​ຮັບ​ຮູ້ຂອງ​ປະຊາຊົນ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ທະ​ເລ. ບັນດາ​ເມືອງ, ​ເທດ​ສະບາ​ນຢູ່​ແຄມ​ທະ​ເລ ​ໄດ້​ສ້າງ​ຂະ​ບວນການ​ໝູ່​ມະຫາຊົນ ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເຂດ​ທະ​ເລ ​ແລະ ໝູ່​​ເກາະ.

        ທີ່​ກອງ​ປະຊຸມ, ຄຳ​ເຫັນ​ຂອງ​ຜູ້​ແທນ​ຫລາຍ​ທ່ານ​ໄດ້​ສະ​ເຫ​ນີ​ໃຫ້ລັດຖະບານ ຈົ່ງ​ກຳນົດ​ບັນດາ​ແຜນ​ທີ່, ​ແຜນ​ທີ່​ທະ​ເລ ຫວຽດນາມ ຕ້ອງ​ພິມ​ເສັ້ນ​ຊາຍ​ແດນ​ທະ​ເລ, ​ເສັ້ນ​ຂີດ​ຂັ້ນ​ນ່ານ​ທະ​ເລ, ​ເສັ້ນ​ຕິດ​ກັບ​ບໍລິ​ເວນ​ນອກ​ເຂດ​ນ່ານທະ​ເລ ຊຶ່ງ​ກົດໝາ​ຍວ່າ​ດ້ວຍ​ທະ​ເລ​ຂອງ ຫວຽດນາມ ​ໄດ້​ປະກາດ​ເພື່ອຢືນຢັນ​ອະທິ​ປະ​ໄຕ, ສິດ​ອະທິປະ​ໄຕ, ສິດ​ຕັດສິນ​ສະ​ເພາະ​ຂອງ ຫວຽດນາມ ຢູ່​ບັນດາ​ເຂດ​ທ​ະ​ເລ, ໝູ່​ເກາະ ​ໃນ​ນັ້ນ ມີ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ພ້ອມ​ທັງ​ໃຫ້ ປະຊາຊົນ, ກຳ​ປັ່ນ ຂອງ ຫວຽດນາມ ​ແລະ ຕ່າງປະ​ເທດ ຮູ້ຈັກ​ເຖິງ ​ແລະ ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ ຫວຽດນາມ.

 

ຂ່າວ/ບົດ​ອື່ນ