ບັນດາທະນາຄານເກຼັກຈະເປີດປະຕູຄືນໃຫມ່ໃນວັນທີ 20/7

ບັນດາທະນາຄານເກຼັກຈະເປີດປະຕູຄືນໃຫມ່ໃນວັນທີ 20/7 - ảnh 1
ລະ​ບົບ​ທະ​ນາ​ຄານ​ເກຼັກ
ຖືກ​ອັດ​ປະ​ຕູ​ແຕ່​ວັນ​ທີ 29/6
ພາບ:internet

(vovworld)- ວັນ​ທີ 16/7, ທ່ານ Dimitris Mardas ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ເງິນ ເກຼັກ ໃຫ້​ຮູ້​ວ່າ: ລະ​ບົບ​ທະ​ນາ​ຄານ​ປະ​ເທດນີ້ ຖືກ​ອັດ​ປະ​ຕູ​ແຕ່​ວັນ​ທີ 29/6 ແລະ ຈະ​ເປີດ​ປະ​ຕູ​ຄືນ​ໃຫມ່​ໃນ​ວັນ​ທີ 20/7 ຈະ​ມາ​ເຖິງ ແລະ ສືບ​ຕໍ່​ຮັກ​ສາ​ລະ​ດັບ​ຖອນ​ເງິນ​ແມ່ນ 60 USD/ຄົນ/ວັນ. ແຈ້ງ​ການ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ພາຍ​ຫລັງ​ທະ​ນາ​ຄານ​ສູນ​ກາງ ເອີ​ລົບ ECB ໃຫ້​ຮູ້​ວ່າ ຈະ​ເພີ່ມ​ລະ​ດັບ​ຫນູນ​ຊ່ວຍ​ຮີບ​ດ່ວນ​ໃຫ້​ບັນ​ດາ​ທະ​ນາ​ຄານ​ຂອງ ເກຼັກ ​ທີ່ພວມ​ຂາດ​ແຄນ​ເງິນ​ສົດ​.

ໃນ​ວັນ​ດຽວ​ກັນ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ​ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ລວມ ເອີ​ລົບ ໃຫ້​ຮູ້​ວ່າ: ກຸ່ມນີ້ ​ໂດຍ​ອີງ​ໃສ່​ບົນ​ຫລັກ​ການ​​ໄດ້ຮັບ​ຮອງ​ເອົາ​ໂຄງ​ການ​ກູ້​ຊ່ວຍ​ຄັ້ງ​ທີ 3 ໃຫ້​ເກຼັກ ໃນ​ກຳ​ນົດ​ເວ​ລາ 3 ປີ. Eurogroup ​ພ້ອ​ມ​ແລ້ວ​ສະ​ຫນອງ​ຈຳ​ນວ​ນ​ເງິນ 7 ຕື້​ເອີ​ໂຣ USD ເພື່ອ​​ກູ້ຊ່ວຍຮີບ​ດ່ວນ​ໃຫ້​ເກຼັກ ແລະ  ໃນວັນ​ທີ 17/7 ໄດ້ປະ​ກາດ​ຢ່າງ​ລະ​ອຽດ.

ຂ່າວ/ບົດ​ອື່ນ