ບັນດາ​ນັກຮຽນ​ຮູ້​ສາກົນ​ ຮຽກຮ້ອງ​ຄວາມ​​ມີ ສະຖຽນ​ລະ​ພາບ


ບັນດາ​ນັກຮຽນ​ຮູ້​ສາກົນ​ ຮຽກຮ້ອງ​ຄວາມ​​ມີ ສະຖຽນ​ລະ​ພາບ - ảnh 1

ທ່ານ​ອະດີດ​ພົນ​ເຮືອ​ໂທ Anup Singh

(ພາບ: vov)

(vovworld)- ​ໃນ​ຂອບ​ເຂດ​ກອງປະຊຸມ​ສຳ​ມະ​ນາ​ສາກົນກ່ຽວ​ກັບທະ​ເລ​ຕາ​ເວັນ​ອອກຄັ້ງທີ 6 ດ້ວຍ​ຫົວ​ຂໍ້: “ທະ​ເລ​ຕາ​ເວັນ​ອອກ: ການ​ຮ່ວມ​ມື​ເພື່ອ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ“ ຈັດ​ຂຶ້ນ​ໃນ​ວັນ​ທີ 17-18/11/2014 ຢູ່​ນະຄອນ​ດ່າ​ນັງ, ບັນດາ​ນັກຮຽນ​ຮູ້ ​ແລະ ນັກຄົ້ນຄ້ວາ​ໄດ້​ວິ​ເຄາະ​ບັນດາ​ປັດ​ໄຈ​ກໍ່​ຜົນ​ສະທ້ອນ​ເຖິງ​ບັນດາ​ທະ​ເລ​ຕາ​ເວັນ​ອອກ. ຕາມ​ທ່ານ​ອະດີດ​ພົນ​ເຮືອ​ໂທ Anup Singh ອະດີດ​ຜູ້​ບັນຊາ​ການ​ກອງທັບ​ເຮືອ​ພາກ​ຕາ​ເວັນ​ອອກ​ອິນ​ເດຍ ​ແລ້​ວ, ​ເສັ້ນທາງ​ບົນ​ທະ​ເລ​ຕາ​ເວັນ​ອອກ​ມີ​ບົດບາດທີ່​ບໍ່​ສາມາດ​ປ່ຽນ​ແທນ​ໄດ້​ໃນ​ການ​ເຄື່ອນ​ໄຫວ​ຈໍລະ​ຈອນ​ສິນຄ້າ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ສຳຄັນ​ກ່ວານັ້ນ​ແມ່ນ​ສຳລັບ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ຂອງ​ປະ​ເທດ​ຕ່າງໆ​ແຄມ​ທະ​ເລ ​ເຖິງ​ສ່ວນ​ຍັງ​ເຫຼືອ​ຂອງ​ໂລກ. ທ່ານອະດີດ​ພົນ​ເຮືອ​ໂທ Anup Singh ຢືນຢັນ​ວ່າ: ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຕ້ອງ​ຢຸດຕິ ​ການ​ເຄື່ອນ​ໄຫວ​ພຽງ​ລຳພັງ​ຝ່າຍ​ດຽວ, ຕັດສິນ​ໃຈ​ປະຕິບັດບັນດາ​ຫຼັກການ​ໄດ້​ກຳນົດ​ໃນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ ​ແລະ ບັນດາ​ຂໍ້​ກຳນົດ​ສາກົນ​ອື່ນໆ ຢ່າງ​ແໜ້ນ​ແຟ້ນ. ທ່ານ​ເນັ້ນໜັກ​ວ່າຄຳ​ຮຽກ​ສິດ​ເສັ້ນທາງ 9 ຕອນຂອງ​ຈີນ ​ແມ່ນ​ບໍ່​ມີ​ຫຼັກ​ຖານ​ດ້ານ​ກົດໝາຍ.

  ສ່ວນ​ທ່ານ​ອະດີດ​ພົນ​ເຮືອ​ຕີ Akimoto Kazumine, ນັກຄົ້ນຄ້ວາ​ຂັ້ນສູງ, ກອງ​ທຶນ​ຄົ້ນຄ້ວາ​ນະ​ໂຍບາຍ​ມະຫາ​ສະມຸດ​ຍີ່ປຸ່ນ ​ກໍ່​ຖືວ່າ: ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ເສັ້ນທາງ​ຕົ້ນຕໍ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ສະນັ້ນຕ້ອງ​ຄວາມ​ສະຖຽນ​ລະ​ພາບ ເພື່ອຈຸດປະສົງ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່ທະ​ເລ​ຕາ​ເວັນ​ອອກ./.

ຂ່າວ/ບົດ​ອື່ນ