ບັນດາປະເທດ ອາຊຽນ ເພີ່ມທະວີການເຊື່ອມໂຍງເສດຖະກິດ

ບັນດາປະເທດ ອາຊຽນ ເພີ່ມທະວີການເຊື່ອມໂຍງເສດຖະກິດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 4/1, ກຸ່ມ​ຮັບຜິດຊອບ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດຖະກິດ ອາ​ຊຽນ (ຫຼື HL TF – EI) ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 23 ຢູ່​ນະຄອນຫຼວງ Kuala Lumpur ປະ​ເທດ​ມາ​​ເລ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​​ເກືອ​ບ 50 ທ່ານ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ. ຄະນະຜູ້​ແທນ​ຫວຽດນາມ, ​ໂດຍ​ທ່ານ​ລັ​​ດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຫງວຽນ​ເກີ​ມຕູ໋ (Nguyen Cam Tu) ນຳ​ໜ້າ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ ອາ​ຊຽນ ຄື: ກວດກາ​ລະບຽບ​ການ​ເຮັດ​ວຽກ​ຂອງ​ກຸ່ມ HL TF – EI ຄືນ​ໃໝ່, ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ, ບັນດາ​ລາຍການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ປະຕິ​ຮູບ​ການ​ຄຸ້ມ​ຄອງ ​ແລະ​ ຫັນ​ການ​ຄ້າ​ເປັນ​ສະດວກ​ສະບາຍ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ຜູ້​ແທນ​ກໍ່​ໄດ້​ປຶກສາ​ຫາລື​ເລື່ອງ​ປັບປຸງ​ບົດບາດ​ຂອງ​ຄະນະ​ເລຂາ ອາ​ຊຽນ ກ່ວາ​ອີກ. ຂໍ້​ລິ​ເລີ່​ມກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (ຫຼື AEC), ​ເຊິ່ງ​ແມ່ນ​ໜຶ່ງ​ໃນ 3 ​ເສົາ​ຄ້ຳ​ຂອງ​ປະຊາ​ຄົມ ອາ​ຊຽນ, ​ໄດ້​ຖືກຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນຄັ້ງ​ທີ 9 ​ໃນ​ເດືອນ 10/2003. ຕາມ​ແຜນການ​ຂອງ​ບັນດາ​ການ​ນຳ ອາ​ຊຽນ ​ແລ້ວ, AEC ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2015, ​ເພື່ອ​ແນ່​ໃສ່​ສ້າງ​ເຂດ​ເສດຖະກິດ ອາ​ຊຽນ ສະຖຽນ​ລະ​ພາບ, ວັດທະນາ​ຖາ​ວອນ ​ແລະ ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງສູງ, ​ໃນ​ນັ້ນ ສິນຄ້າ, ການບໍລິການ, ການ​ລົງ​ທຶນ ​ແລະ ທຶນຮອນ ຈະ​​ເຄື່ອນ​ໄຫວ​ຢ່າງ​ເສລີ​ກ່ວາ, ​ເສດຖະກິດ​ພັດທະນາຢ່າງ​ສະ​ໝຳ່ສະ​ເໝີ, ຄວາມທຸກ​ຍາກ ​ແລະ ການ​​ແຕກ​ໂຕນດ້ານ​ເສດຖະກິດ - ສັງຄົມ​​ໄດ້​ຫຼຸ​ດຜ່ອນ​ໃນ​ປີ 2020.

 

ຂ່າວ/ບົດ​ອື່ນ