ບັນດາປະເທດ ອາຣັບ, ອິດສະລາມ ຮຽກຮ້ອງປະຕິບັດມາດຕະການແກ້ໄຂສອງລັດ

(VOVWORLD) - ເລື່ອງຂາດຄວາມຄຶບໜ້າໃນການປະຕິບັດມາດຕະການສອງລັດ ພວມປະກອບສ່ວນເຮັດໃຫ້ລັດທິໃຊ້ຄວາມຮຸນແຮງ ແລະ ການໃຊ້ຄວາມຮຸນແຮງເພີ່ມຂຶ້ນ
ບັນດາປະເທດ ອາຣັບ, ອິດສະລາມ ຮຽກຮ້ອງປະຕິບັດມາດຕະການແກ້ໄຂສອງລັດ - ảnh 1(ພາບປະກອບ: THX/TTXVN)

 ຢູ່ນອກເວທີປາໄສການຕ່າງປະເທດ Antalya ຄັ້ງທີ 4 ຈັດຂຶ້ນຢູ່ ຕວັກກີ ໃນວັນທີ 12 ເມສາ, ລັດຖະມົນຕີການຕ່າງປະເທດດບັນດາປະເທດ ອາຣັບ, ອິດສະລາມ ແລະ ບັນດາຜູ້ຕາງໜ້າຂອງຄະນະກຳມະການຂັ້ນລັດຖະມົນຕີກ່ຽວກັບເຂດ ກາຊາ ໄດ້ອອກແຈ້ງການຮ່ວມ ໂດຍເນັ້ນໜັກເຖິງຄວາມຈຳເປັນຕ້ອງການຫັນຄຳຮຽກຮ້ອງມາດຕະການສອງລັດ ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ຮາມາດສ ແລະ ອິດສະຣາແອັນ ກາຍເປັນການກະທຳ.

ແຈ້ງການສະແດງທັດສະນະທີ່ວ່າ ເລື່ອງຂາດຄວາມຄຶບໜ້າໃນການປະຕິບັດມາດຕະການສອງລັດ ພວມປະກອບສ່ວນເຮັດໃຫ້ລັດທິໃຊ້ຄວາມຮຸນແຮງ ແລະ ການໃຊ້ຄວາມຮຸນແຮງເພີ່ມຂຶ້ນ, ພ້ອມກັນນັ້ນ ຢືນຢັນຫຼັກໝັ້ນກ່າວປະນາມທຸກຮູບແບບໃຊ້ຄວາມຮຸນແຮງ ແລະ ການກໍ່ການຮ້າຍ. ບັນດາຜູ້ຕາງໜ້າຂອງຄະນະກຳມະການຂັ້ນລັດຖະມົນຕີກ່ຽວກັບເຂດ ກາຊາ ກໍ່ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງເຂົ້າຮ່ວມການເຈລະຈາດ້ວຍຄວາມຈິງໃຈ ແລະ ສຸດຈິດສຸດໃຈ, ລວມທັງຜ່ານບົດບາດໄກເກ່ຍປອງດອງຂອງບັນດາຜູ້ເປັນກາງພາກພື້ນ ແລະ ສາກົນຮຽກຮ້ອງການຢຸດຍິງໃນທັນທີ ແລະ ຕະຫຼອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ