ບັນດາປະເທດຍູ້ໄວວິວັດການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ

ບັນດາປະເທດຍູ້ໄວວິວັດການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ - ảnh 1
ບັນດາປະເທດຍູ້ໄວວິວັດການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ
(ພາບປະກອບ: AP)


(vovworld)-​ວິ​ວັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ​ອີ​ຣານ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ ເມື່ອ​ວັນ​ທີ 20/3, ອີ​ຣານ ແລະ ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ສືບ​ຕໍ່​ປຶກ​ສາ​ຫາ​ລື ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ຮອບ​ດ້ານ ກ່ອນ​ທີ່​ການກຳ​ນົດ​ເວ​ລາ​ໃກ້​ຈະ​ໝົດ. ​ທີ່​ສະ​ວິດ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ແລະ ຄູ່​ຕຳ​ແຫນ່ງ ອີ​ຣານ ທ່ານ Mohammad Javad Zarif ໄດ້​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ຄັ້ງ​ທີ 5. ໃນ​ຂະ​ນະ​ນັ້ນ, ຢູ່ນອກກອງ​ປະ​ຊຸມ​ສຸດຍອດ ຂອງ ສະ​ຫະ​ພາບ​ເອີ​ລົບ  ພວມ​ດຳ​ເນີນ​ໄປ​ຢູ່ ບ​ຣຸກ​ແຊນ ປະ​ເທດ ແບນ​ຊິກ, ຜູ້​ຕາງ​ຫນ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ ຂອງ ອີ​ຢູ , ທ່ານ​ນາງ Federica Mogherini ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ David Cameron, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ທ່ານ​ນາງ Angela Merkel ແລະ ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ອີ​ຣານ. ກຸ່ມ P5+1 ຈະ​ເຊື່ອມ​ຕໍ່​ບັນ​ດາ​ການ​ເຈ​ລະ​ຈາ​ນິວ​ເຄຼຍ ໃນ​ວັນ​ທີ​ 25/3 ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ