ບັນດາປະເທດອີຢູເຫັນດີຮັບຮອງເອົາສົນທິສັນຍາParisກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ

ບັນດາປະເທດອີຢູເຫັນດີຮັບຮອງເອົາສົນທິສັນຍາParisກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 30/09, ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ​ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ພາບ ​ເອີ​ລົບ (ອີ​ຢູ) ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮັບຮອງ​​ເອົາ​ສົນທິສັນຍາ Paris ກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໂດຍບໍ່​ຫົວຊາຕໍ່​ເລື​ອງ​ສະພາ​ແຫ່ງ​ຊາດ​ຫລາຍ​ປະ​ເທດ​ສະມາຊິກຍັງ​ບໍ່​ທັນໃຫ້​ສັດຕະຍາບັນ​ສົນທິສັນຍາ​ນີ້. ຂໍ້​ມູນ​ຂ່າວ​ດັ່ງກ່າວ ​​ໂດຍທ່ານ​ປະທານ ອີ​ຢູ Donald Tusk ຮັບຮອງ​ໃນໜ້າ​ແວບ​ສັງຄົມ Twitter. ທ່ານ Donald Tusk ຊີ້​ແຈ້ງວ່າ: “ບັນດາ​ປະ​ເທດ​ສະມາ​ຊິກ ອີ​ຢູ ທັງ​ໝົດ​ໄດ້​​ເຫັນ​ດີ​ຕໍ່​​ເລື່ອງ​ຮັບຮອງ​ເອົາ​ສົນທິສັນຍາ Paris ​ໂດຍ​ໄວ ສິ່ງ​ທີ່​ບາງ​ຄົນ​ຖື​ວ່າ ບໍ່​ສາມາດ​ເກີດ​ຂຶ້ນ​ນັ້ນ ​ໄດ້ກາຍ​ເປັນພຶດຕິ​ກຳ​ຕົວ​ຈິງ ” ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ກຳມະການ​ຮັບຜິດຊອບ​ບັນຫາ​ສິ່ງ​ແວດ​ລ້ອມ​ຂອງ ອີ​ຢູ ທ່ານ Miguel Arias Canete ຖື​ວ່າ: ​ເຫດການ​ດັ່ງກ່າວ ​​ເປັນຂີດ​ໝາຍ “ວັນ​ປະຫວັດສາດ, ​ເມື່ອ​ບັນດາ​ປະ​ເທດ ອີ​ຢູ ບໍ່​ເມີນ​ເສີຍ​ຕໍ່​ຄວາມ​ສົງ​ໄສ​ທັງ​ໝົດ ກ່ຽວ​ກັບ​ເລື່ອ​ງ​ກຸ່ມ​ນີ້ ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ສົນທິສັນຍາ​”. ມາ​ຮອດ​ປະຈຸ​ບັນ 7 ປະ​ເທດ ອີ​ຢູ ​ໃນ​ນັ້ນ​ມີ ​ເຢຍລະ​ມັນ ​ແລະ ຝະລັ່ງ ​ໄດ​້​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ດັ່ງກ່າວ​ແລ້ວ.

ຂ່າວ/ບົດ​ອື່ນ