ບັນດາປະເທດອາບຟຣີກາໂຮມປະຊຸມເພື່ອຮັບມືກັບBokoHaram

ບັນດາປະເທດອາບຟຣີກາໂຮມປະຊຸມເພື່ອຮັບມືກັບBokoHaram - ảnh 1
ກຸ່ມ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ Boko Haram
(ພາບ: AFP)

(vovworld) – ​ ​​ການ​ນຳ​ບັນ​ດາ​ປະ​ເທດ ອາບ​ຟ​ຣີ​ກາ​ກາງ ແລະ ອາບ​ຟ​ຣີ​ກາ ຕາ​ເວັນ​ຕົກ ຈະ​ໂຮມ​ປະ​ຊຸມ​ໃນ​ວັນ​ທີ​ 8/4 ຈະ​ມາ​ເຖິງ ​ແນ​ໃສ່​ວາງ​​ຍຸ​ດ​ທະ​ສາດ​ລວມ​ເພື່ອ​ຮັບ​ມື​ກັບ​ການ​ນາບ​ຂ​ູ່​ຈາກ​ກຸ່ມ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ Boko Haram. ກອງ​ປະ​ຊຸມ​ຂັ້ນ​ສູງນີ້​ໂດຍ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ອາບ​ຟ​ຣີ​ກາ ຕາ​ເວັນ​ຕົກ (ECOWAS) ແລະ ປະ​ຊາ​ຄົມ​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ ອາ​ບ​ຟ​ຣີ​ກາ ກາງ (ECCAS) ຈັດ​ຕັ້ງ, ຈະ​ດຳ​ເນີນ​ຢູ່​ນະ​ຄອນຫຼວງ Malabo ຂອງ Guinea. ຕາມ​ຖະ​ແຫຼງ​ການ​ຂອງ ECOWAS ແລ້ວ, 2 ອົງ​ການນີ້​ຕົກ​ລົງ​ເຄື່ອນ​ໄຫວ​ໃນ​ສະ​ພາບ​ການ​ກຸ່ມ ອິດ​ສະ​ລາມ ຫົວ​ຮຸນ​ແຮງ Boko Haram ພວມເພີ່ມ​ທະ​ວີ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທີ່ນອງ​ໃສ່ Nigeria, Niger, Cameroon ແລະ ສ. Chad, ກໍ່​ຜົນ​ຮ້າຍ​ຢ່າງ​ໜັກ​ໜ່ວງ​ໃຫ້​ແກ່​ບັນ​ດາ​ປະ​ເທດນີ້ ແລະ ກໍ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່​ເຂດ ອາບ​ຟ​ຣີ​ກາ ກາງ ແລະ ອາບ​ຟ​ຣີ​ກາ ຕາ​ເວັນ​ຕົກ. ນີ້​ຈະ​ແມ່ນກອງ​ປະ​ຊຸມ​ທຳ​ອິດ​ຂອງ​ບັນ​ດາ​ກາ​ນ​ນຳ​ຢູ່​ພາກ​ພື້ນນີ້​ເພື່ອ​ພິ​ຈາ​ລະ​ນາກ່ຽວ​ກັບ​ວິ​ທີ​ການ​ຮັບ​ມື​ກັບ Boko Haram.


ຂ່າວ/ບົດ​ອື່ນ