ບັນດາປະເທດເອີລົບກາງ ຍົກອອກທັດສະນະລວມກ່ຽວກັບການຄວບຄຸມຊາຍແດນ

(VOVWORLD) -ທ່ານ Rakusan ຖືວ່າ, ສະໂລວາກີ ກໍ່ຄືກັບບັນດາປະເທດ ເອີລົບກາງ ລ້ວນແຕ່ແມ່ນ “ປະເທດຖືກເຄາະຮ້າຍ” ຈາກເສັ້ນທາງຍົບພະຍົບ Balkan ຕາເວັນຕົກ.
ບັນດາປະເທດເອີລົບກາງ ຍົກອອກທັດສະນະລວມກ່ຽວກັບການຄວບຄຸມຊາຍແດນ - ảnh 1ຕຳຫຼວດ ສະໂລວາກີ ກວດກາຢູ່ດານຊາຍແດນ
(ພາບ: AFP/TTXVN)

        ບັນດາປະເທດເອີລົບກາງ ລວມມີ: ສ.ເຊັກໂກ, ສະໂລວາກີ, ໂອຕາລິດ ແລະ ຣຸງກາຣີ ຫາກໍ່ເຫັນດີເປັນເອກະພາບຕໍ່ທັດສະນະລວມກ່ຽວກັບວິກິດການອົບພະຍົບໃນປະຈຸບັນ.

        ວັນທີ 24 ພະຈິກ, ຢູ່ Praha, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງກອງປະຊຸມລັດຖະມົນຕີກະຊວງພາຍໃນບັນດາປະເທດ ເອີລົບກາງ, ທ່ານລັດຖະມົນຕີກະຊວງພາຍໃນ ສ.ເຊັກໂກ Vit Rakusan, ປະເທດພວມດຳລົງຕຳແໜ່ງປະທານໝູນວຽນສະພາ ອີຢູ ໃຫ້ຮູ້ວ່າ, ທ່ານພ້ອມກັບບັນດາຄູ່ຕຳແໜ່ງສະໂລວາກີ, ໂອຕາລິດ ແລະ ຣຸງກາຣີ ເຫັນດີເປັນເອກະພາບຕໍ່ທັດສະນະທີ່ວ່າ ຕ້ອງຊອກຫາມາດຕະການແກ້ໄຂນັບແຕ່ເສັ້ນຊາຍແດນຢູ່ນອກພາກພື້ນ Schengen ແທນທີ່ໃຫ້ການຄວບຄຸມຊາຍແດນພາຍໃນກຸ່ມ. ເມື່ອເຕື້ອງເຖິງເລື່ອງ ສ.ເຊັກໂກ ຜັນຂະຫຍາຍບັນດາມາດຕະການຄວບຄຸມຊາຍແດນ ກັບປະເທດບ້ານໃກ້ເຮືອນຄຽງ ສະໂລວາກີ ແຕ່ທ້າຍເດືອນ ກັນຍາ, ທ່ານ Rakusan ຖືວ່າ, ສະໂລວາກີ ກໍ່ຄືກັບບັນດາປະເທດ ເອີລົບກາງ ລ້ວນແຕ່ແມ່ນ “ປະເທດຖືກເຄາະຮ້າຍ” ຈາກເສັ້ນທາງຍົບພະຍົບ Balkan ຕາເວັນຕົກ. ທ່ານລັດຖະມົນຕີກະຊວງພາຍໃນ ສ.ເຊັກໂກ ເວົ້າວ່າ, ບັນດາປະເທດ Balkan ຕາເວັນຕົກ, ໃນນັ້ນມີ ເຊີເບຍ, ພ້ອມແລ້ວຈະດັດປັບນະໂຍບາຍວີຊາ ກໍ່ຄືພ້ອມແລ້ວທີ່ຈະປົກປ້ອງເຂດຊາຍແດນນອກພາກພື້ນ Schengen.

ຕອບກັບ

ຂ່າວ/ບົດ​ອື່ນ