ບັນດາປະເທດເອີລົບພ້ອມກັນເລີ່ມຕົ້ນແກ້ໄຂວິກິດການຊາວອົບພະຍົບ

ບັນດາປະເທດເອີລົບພ້ອມກັນເລີ່ມຕົ້ນແກ້ໄຂວິກິດການຊາວອົບພະຍົບ - ảnh 1
ຊາວ​ອົບ​ພະ​ຍົບ​ພວມ​ລໍ​ຖ້າ​ໄປ​ເຖິງ​ເຢຍ​ລະ​ມັນ
ພາບ:TTXVN

(vovworld)-  ວັນ​ທີ 5/9, ຕຳ​ຫລວດ ອົດ​ຕະ​ລິດ​ໃຫ້​ຮູ້​ວ່າ: ພຽງ​ໃນ​ສອງ​ສາມ​ຊົ່ວ​ໂມງ ໄດ້​ມີ​ຊາວອ​ົບ​ພະ​ຍົບ​ປະ​ມານ 2500-3000 ຄົນ​ຈາກ ຮຸງ​ກາ​ຣີ ເຂົ້າ ອົດ​ຕະ​ລິດ ພາຍ​ຫລັງ ຮຸງ​ກາ​ຣີ ອະ​ນຸ​ຍາດ​ໃຫ້​ບັນ​ດາລົດ​ເມ​ຂົນ​ສົ່ງ​ຊາວ​ອົບ​ພະ​ຍົບ​ຈາກ ນະ​ຄອນ​ຫລວງ Budapest ເດີນ​ໄປ​ເຖິງ​ເຂດ​ຊາຍ​ແດນ. ກ່ອນ​ຫນ້ານັ້ນ​ ລັດ​ຖະ​ບານ ອົດ​ຕະ​ລິດ ແລະ ເຢຍ​ລະ​ມັນ ໄດ້​ຖະ​ແຫລງ ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົມ​ຕື່ມ​ອີກ​ພັນໆ​ຄົນ. ໃນ​ຂະ​ນະ​ນັ້ນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອົດ​ຕະ​ລິດ  Sebastian Kurz ຖະ​ແຫລງວ່າ ​ສະ​ພາບຊາວ​ອົບ​ພະ​ຍົບ​ພາ​ກັນ​ໄປ​ເຖິງ ອົດ​ຕະ​ລິດ​ໃນ​ວັນ​ທີ 5/9 ແມ່ນ​ການ​ເຕືອນ​ໃຫ້​ທົ່ວ​ເອີ​ລົບ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນ​ຫານີ້.

 

 

 

ຂ່າວ/ບົດ​ອື່ນ