ບັນດາປະເທດໃຫ້ຄຳໝັ້ນສັນຍາອຸປະຖຳໃຫ້ແກ່ ຫວຽດນາມ ເກືອບ 7,4 ຕຶ້ USD ໃນປີ 2012
( ພາບ : http://vnexpress.net)
ລັດຖະບານບັນດາປະເທດ ພ້ອມກັບຜູ້ຕາງຫນ້າອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳໃຫ້ແກ່ຫວຽດນາມຈຳນວນເງິນເກືອບ 7,4 ຕຶ້ USD ໃນປີ 2012. ທີ່ການປະຊຸມຂ່າວເມື່ອສິ້ນສຸດກອງປະຊຸມກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມ ຊຶ່ງດຳເນີນໃນຕອນບ່າຍວັນທີ 6/12 ຢູ່ ຮ່າໂນ້ຍ, ທ່ານ ບູ່ຍກວາງວີງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ: ນີ້ແມ່ນໝາກຜົນອັນຕັ້ງຫນ້າໃນເງື່ອນໄຂວິກິດການຫນິ້ສິນຂອງລັດ ແລະ ການຂາດດຸນງົບປະມານ ຢູ່ ບັນດາປະເທດ ເອີລົບ ແລະ ປະເທດພັດທະນາອື່ນຈຳນວນຫນຶ່ງໃນໄລຍະຜ່ານມາ. ພິເສດໃນເງ່ືອນໄຂ ຫວຽດນາມ ກາຍເປັນປະເທດພວມພັດທະນາ ແລະ ມີລາຍຮັບປານກາງ, ໝາກຜົນນີ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ການສະຫນັບສະຫນູນຂອງບັນດາປະເທດຄູ່ຮ່ວມມືສະຫງວນໃຫ້ແກ່ການພັດທະນາ ແລະ ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ຂອງຫວຽດນາມ. ທ່ານ ບູ່ຍກວາງວີງ ຢືນຢັນວ່າ ຫວຽດນາມ ຈະຍູ້ແຮງການປ່ອຍທຶນ ODA.
“ຫວຽດນາມ ຈະຄຸ້ມຄອງ, ນຳໃຊ້ແຫລ່ງທຶນອັນສຳຄັນນີ້ຢ່າງມີປະສິດທິຜົນກວ່າ ເພື່ອປະກອບສ່ວນປະຕິບັດບັນດາຈຸດໝາຍກ່ຽວກັບເສດຖະກິດ ສັງຄົມ ແລະ ສ້າງໂຄງປະກອບເສດຖະກິດຄືນໃຫມ່ ແລະ ປ່ຽນໃຫມ່ພື້ຮູບແບບການເຕີບໂຕເສດຖະກິດ. ລັດຖະບານ ຫວຽດນາມ ຕັດສິນໃຈ ໃນປີ 2012 ວ່າ, ເລື່ອງສ້າງໂຄງປະກອບເສດຖະກິດຄືນໃຫມ່, ປ່ຽນໃຫມ່ຮູບແບບການເຕີບໂຕຂອງຫວຽດນາມ ຈະໄດ້ຮັບການຍູ້ແຮງ ແລະ ນີ້ແມ່ນຈຸດເວລາປ່ຽນແປງໃຫມ່ຢ່າງແຂງແຮງທີ່ສຸດຂອງຫວຽດນາມ. ຫວຽດນາມ ປາດຖະຫນາຢາກໄດ້ຮັບການສະຫນັບສະຫນູນ, ປະກອບຄຳເຫັນຢ່າງຈິງໃຈ ເພື່ອຊ່ວຍ ແລະ ພ້ອມກັບຫວຽດນາມ ຜ່ານຜ່າສິ່ງທ້າທາຍປະຈຸບັນ.“
ໃນຈຳນວນເງິນ 7,4 ຕຶ້ USD ຊຶ່ງບັນດານັກອຸປະຖຳໃຫ້ຄຳໝັ້ນສັນຍາສະຫງວນໃຫ້ແກ່ຫວຽດນາມ ໃນປີ 2012, ຍີ່ປຸ່ນ ປະກອບເງິນເກືອບ 2 ຕຶ້ USD. ທ່ານເອກອັກຄະລັດຖະທູດຍີ່ປຸ່່ນ ປະຈຳຫວຽດນາມ ໄດ້ເວົ້າວ່າ:ແຫລ່ງທຶນ ODA ຂອງຍິ່ປຸ່ນສະຫງວນໃຫ້ແກ່ຫວຽດນາມ ອາດຈະເພີ່ມຂຶ້ນ ຖ້າຫາກພື້ນຖານເສດຖະກິດຂອງຍີ່ປຸ່ນ ຟື້ນຕົວຄືນໃຫມ່.