ບັນດາຜູ້ນຳພັກ, ສະພາແຫ່ງຊາດ ຫວຽດນາມໃຫ້ການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ

(VOVWORLD) -      ຕອນບ່າຍວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 27 – 29 ສິງຫາ.
ບັນດາຜູ້ນຳພັກ, ສະພາແຫ່ງຊາດ ຫວຽດນາມໃຫ້ການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ

    ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊົມເຊີຍ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງມາຢາມຫວຽດນາມກົງກັບໂອກາດຈັດຕັ້ງ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານຖືວ່າ ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນການພັດທະນາການພົວພັນລະຫວ່າງສອງປະເທດ. ທ່ານເລຂາທິການໃຫຍ່ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນກັບສິງກະໂປ.

      ສ່ວນທ່ານນາຍົກລັດຖະມົນຕີຫຼີຊຽນຫຼົງ ໄດ້ເຫັນດີກັບຂໍ້ສະເໜີຂອງທ່ານ ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກ່ຽວກັບການເພີ່ມທະວີການຮ່ວມມື ສອງຝ່າຍ ແລະ ຖືວ່ານັ້ນແມ່ນການກຳນົດທິດ ຍຸດທະສາດສຳຄັນຂອງການຮ່ວມມືລະຫວ່າງ ສອງຝ່າຍໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ 2 ປະເທດເພີ່ມທະວີການ ສົມທົບກັນເພື່ອປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ;

    ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນບົດຮຽນໃນການຍົກສູງຄວາມສາມາດ ແລະ ທີ່ຕັ້ງຂອງພັກກຳອຳນາດ, ໃນນັ້ນມີການແລກປ່ຽນການກໍ່ສ້າງພັກ ແລະ ບຳລຸງສ້າງພະນັກງານ; ເພີ່ມທະວີການພົບປະ ແລກປ່ຽນຂັ້ນສູງລະຫວ່າງ 2 ຝ່າຍ.

  
ບັນດາຜູ້ນຳພັກ, ສະພາແຫ່ງຊາດ ຫວຽດນາມໃຫ້ການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ - ảnh 2ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ

    ຕອນບ່າຍຂອງວັນດຽກັນ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ທີ່ພວມມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 27-29 ສິງຫາ

     ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການລົງນາມ ແລະ ປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດຢ່າງສຳເລັດຜົນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີ 2 ຝ່າຍຈົ່ງສຳເລັດການເຈລະຈາ ແລະ ບັນດາລະບຽບການທີ່ກ່ຽວຂ້ອງໂດຍໄວ ເພື່ອໃຫ້ບັນດາເອກະສານຮ່ວມມືທີ່ສຳຄັນຈະໄດ້ຮັບການລົງນາມໃນໄລຍະທີ່ຈະມາເຖິງ.

     ສ່ວນທ່ານນາຍົກລັດຖະມົນຕີຫຼີຊຽນຫຼົງ ຖືວ່າ: ສິງກະໂປ ມີຄວາມສົນໃຈຕໍ່ການພັດທະນາພະລັງງານທົດແທນ, ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ປຶກສາຫາລືກັບຫວຽດນາມກ່ຽວກັບບັນດາໂຄງການຮ່ວມມືທີ່ມີທ່າແຮງບົ່ມຊ້ອນໃນຂົງເຂດນີ້ ເພື່ອໃຫ້ ຫວຽດນາມ ສົ່ງອອກພະລັງງານທົດແທນ ໃຫ້ແກ່ ສິງກະໂປ.

    ທີ່ການພົບປະ, ການນຳ 2 ທ່ານເນັ້ນໜັກວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງສືບຕໍ່ຊຸກຍູ້ ແລະ ຍົກລະດັບຮູບແບບເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຕາມທິດສີຂຽວ - ສະອາດ - ອັດສະລິຍະ ແລະ ກ້າວໄປເຖິງການພັດທະນາ ລະບົບນິເວດອຸດສາຫະກຳ-ຕົວເມືອງ ຢ່າງຕັ້ງໜ້າ; ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແຮງງານ, ການສຶກສາ - ບຳລຸງກໍ່ສ້າງ, ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ.

     ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມເສລີ ແລະ ຄວາມປອດໄພໃນການເດີນເຮືອ ແລະ ການບິນ; ຮັບປະກັນການປະຕິບັດ ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC); ສ້າງສະພາບແວດລ້ອມທີ່ສະດວກ, ພະຍາຍາມສ້າງກົດແຫ່ງການ ປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ ແລະ ມີປະສິດທິຜົນຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ(UNCLOS) ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ