ບັນດາຜູ້ມີວີຊາຢ່າງຖືກຕ້ອງຕາມກົດໝາຍມີສິດເຂົ້າປະເທດອາເມລິກາ

ບັນດາຜູ້ມີວີຊາຢ່າງຖືກຕ້ອງຕາມກົດໝາຍມີສິດເຂົ້າປະເທດອາເມລິກາ - ảnh 1
(ພາບປະກອບ/ Reuters)

(vovworld) - ວັນ​ທີ 4/2, ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ຈະ​ສືບ​ຕໍ່​ອະນຸຍາດ​ໃຫ້​ບັນດາ​ຜູ້​ທີ່​ມີ​ວີ​ຊາ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ເຂົ້າປະ​ເທດ​ນີ້, ​ເພື່ອ​ແນ​ໃສ່​ປະຕິບັດ​ຄຳ​ຕັດສິນ​ກີດຂວາງ​ລັດຖະດຳລັດ​ຂອງ ປະທານາທິບໍດີ​ Donald Trump ​ໂດຍ​ຜູ້​ພິພາກສາ​ສະຫະລັດຜູ້​ໜຶ່ງ​ຢູ່​ນະຄອນ Seattle ຍົກ​ອອກ​ມາ. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຢືນຢັນ​ໄດ້ຍົກ​ເລີກ​ຂໍ້​ກຳນົດ​ຖອນ​ຄືນ​ວີ​ຊາ​ຊົ່ວ​ຄາວ​ແລ້ວ. ຕາມ​ນັ້ນ​ແລ້ວ, ບັນດາ​ຜູ້​ທີ່​ມີ​ວີ​ຊາ​ບໍ່​ທັນ​ຖືກ​ຍົກ​ເລີກ​ແມ່ນ​ສາມາດ​ເຂົ້າ ອາ​ເມ​ລິ​ກາ ​ໄດ້, ຖ້າ​ຫາກ​ວ່າ​ວີ​ຊາ​ນັ້ນ​ຖືກຕ້ອງ​ຕາມ​ກົດໝາຍ. ​ໃນ​ວັນ​ດຽວ​ກັນ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ​, ກະຊວງ​ນີ້​ກໍ່​ຢຸດຕິ​ການ​ຂີດ​ໝາຍ​ບັນດາ​ຜູ້​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ຖືກ​ລະບຸ​ໄວ້​ໃນ​ລັດຖະດຳລັດ​ຂອງ ປະທານາທິບໍດີ​ Donald Trump. ພ້ອມ​ທັງ​ສືບ​ຕໍ່​ວຽກ​ງານ​ກວດກາ​ບັນດາ​ຜູ້​ເຂົ້າ​ ອາ​ເມ​ລິ​ກາ ຕາມ​ນະ​ໂຍບາຍ ​ແລະ ລະ​ບຽບການ​ເປັນ​ປົກກະຕິ.

ຂ່າວ/ບົດ​ອື່ນ